(VOVWORLD) - ວັນທີ 10 ກຸມພາ ສຳນັກຂ່າວສານແຫ່ງລັດ Anadolu ຂອງ ຕວກກີ ໃຫ້ຂ່າວວ່າ ກຳລັງຕ້ານການກໍ່ການຮ້າຍຢູ່ນະຄອນ Istanbul ແລະ Ankara ໄດ້ຈັບຕົວ 48 ເປົ້າໝາຍເຊິ່ງໄດ້ຮັບຖືວ່າ
ເປັນສະມາຊິກຂອງອົງການລັດອິດສະລາມ (IS) ຖືກສົງໄສວ່າ ໄດ້ສ້າງແຜນການດຳເນີນບັນດາເຫດບຸກໂຈມຕີການກໍ່ການຮ້າຍ. ຕາມສຳນັກຂ່າວສານດັ່ງກ່າວແລ້ວ, ຊາວຕ່າງປະເທດ 31 ຄົນໃນຈຳນວນຄົນດັ່ງກ່າວ ຖືກຈັບຕົວໃນບັນດາບັ້ນບຸກໂຈມຕີກໍ່ການຮ້າຍຢູ່ Istanbul ແລະ ສ່ວນທີ່ຍັງເຫຼືອຖືກຈັບຕົວຢູ່ Ankara. ບັນດາເປົ້າໝາຍທັງໝົດດັ່ງກ່າວນັ້ນ ລ້ວນແຕ່ຖືກກ່າວຫາມີກົນອຸບາຍບຸກໂຈມຕີແບບກໍ່ການຮ້າຍ.