(VOVWORLD) - ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin.
ທ່ານປະທານາທິບໍດີ ຕວກກີ Tayyip Erdogan (ພາບ: AFP/TTXVN) |
ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin ໃນນັ້ນ, ໄດ້ປຶກສາຫາລືກ່ຽວກັບຄວາມອາດສາມາດໃນການເພີ່ມທະວີຄວາມມານະພະຍາຍາມຮັກສາຄຳສັ່ງຢຸດຍິງຢູ່ພາກພື້ນ Nagorno – Karabakh, ຕາມນັ້ນແລ້ວ ຈະມີປະເທດອື່ນໆໃນພື້ນພາກເຂົ້າຮ່ວມຕື່ມອີກ. ເຖິງຢ່າງໃດກໍຕາມ, ທ່ານ Tayyip Erdogan ບໍ່ໄດ້ເວົ້າລາຍລະອຽດແມ່ນປະເທດໃດແດ່.
ກ່ອນໜ້ານັ້ນ, ວັງ Kremlin ໃຫ້ຮູ້ວ່າ ໃນການເຈລະຈາ ໃນວັນທີ 23 ພະຈິກ ຜ່ານມາ, ທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ ຕວກກີ Tayyip Erdogan ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງສູນຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງສອງປະເທດຢູ່ເຂດເກີດການປະທະກັນ ລະຫວ່າງ ອາເຊັກໄບຢານ ແລະ ອາກເມເນຍ. ການນໍາສອງປະເທດ ຕ່າງກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງຢຸດຍິງຢ່າງຮອບດ້ານ ເພື່ອຮັບປະກັນສະຖຽນລະພາບ ແລະ ການດຳລົງຊີວິດເປັນປົກກະຕິຢູ່ເຂດດັ່ງກ່າວ.