ຕວັກ​ກີ, ລັດ​ເຊຍ ຢັ້ງ​ຢືນ​​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ຂໍ້​ຕົກ​ລົງ​ທັງໝົດ​ຢູ່ ຊີ​ຣີ​ ຄືນ​ໃໝ່

(VOVWORLD) -ວັນທີ 21 ກຸມພາ, ຢູ່ທຳນຽບປະທານາທິບໍດີ ຕວັກກີ ໄດ້ແຈ້ງໃຫ້ຮູ້ວ່າ ທ່ານປະທານາທິບໍດີ Tayyip Erdogan ໄດ້ມີການເຈລະຈາຜ່ານທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin. ຕາມແຈ້ງຂ່າວແລ້ວ, ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາໃຫ້ແກ່ຂໍ້ຕົກລົງກ່ຽວກັບສະພາບການຢູ່ຊີຣີ ທີ່ບັນລຸໄດ້ທັງໝົດກ່ອນໜ້ານີ້.
ຕວັກ​ກີ, ລັດ​ເຊຍ ຢັ້ງ​ຢືນ​​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ຂໍ້​ຕົກ​ລົງ​ທັງໝົດ​ຢູ່ ຊີ​ຣີ​ ຄືນ​ໃໝ່ - ảnh 1ຂະບວນລົດການທະຫານຂອງ ຕວັກກີ (ພາບ: AP)

ເມື່ອເຕື້ອງເຖິງບັນດາການຜັນແປໃນໄລຍະທີ່ຜ່ານມາຢູ່ແຂວງ Idlib, ທ່ານປະທານາທິບໍດີ Erdogan ຖືວ່າ ລັດຖະບານ ຊີຣີ ຄວນຄວບຄຸມບັນດາການກະທຳເພື່ອຫລີກລ້ຽງການເກີດວິກິດການດ້ານມະນຸດສະທຳ. ທ່ານກໍ່ເນັ້ນໜັກວ່າ ຂໍ້ຕົກລົງ Sochi ຕ້ອງໄດ້ຮັບການປະຕິບັດຢ່າງຄົບຖ້ວນຢູ່ແຂວງ Idlib.

ແລະກໍ່ໃນວັນດຽວກັນ, ລັດຖະບານ ເຢຍລະມັນ ໄດ້ອອກແຈ້ງຂ່າວໂດຍໃຫ້ຮູ້ວ່າ: ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີ ຝລັ່ງ ກໍ່ມີການເຈລະຈາຜ່ານທາງໂທລະສັບກັບທ່ານ ປະທານາທິບໍດີຕວັກກີ Tayyip Erdogan, ໃນນັ້ນ ເນື້ອໃນແມ່ນໄດ້ເຕື້ອງເຖິງຂໍ້ສະເໜີພ້ອມກັບ ລັດເຊຍ ຈັດຕັ້ງກອງປະຊຸມກ່ຽວກັບບັນຫາ ຊີຣີ.

        ຕູ໊ແອັງ, ນັກຂ່າວ VOV ປະຈຳລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ