ຕວກກີກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍໃກ້ກັບເຂດຊາຍແດນຊີຣີ
ທ່ານປະທານາທິບໍດີຕວກກີ Recep Tayyip Erdogan
(ພາບປະກອບ: Guardian)
(vovworld) - ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ໄດ້ກ່າວປະນາມຕົວການກໍ່ໃຫ້ເກີດການບຸກໂຈມຕີກໍ່ການຮ້າຍເຊິ່ງເກີດຂຶ້ນໃນວັນທີ 20/07, ຢູ່ນອກສູນວັດທະນະທຳ, ເທດສະບານ Suruc ໃກ້ກັບເຂດຊາຍແດນຊີຣີ. ເຫດການກໍ່ການຮ້າຍໄດ້ເຮັດໃຫ້ 30 ຄົນເສຍຊີວິດ ແລະ ເກືອບ 100 ຄົນຮັບບາດເຈັບ. ຄຳຖະແຫຼງຂອງທ່ານປະທານາທິບໍດີຕວກກີ ໄດ້ຍົກອອກມາທີ່ກອງປະຊຸມຂ່າວຮ່ວມກັບການນຳປະຊາຄົມຕວກກີ ຢູ່ Cyprus ໃນການຢ້ຽມຢາມ Nicosia ຢ່າງເປັນທາງການ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ຕວກກີ ໃຫ້ຮູ້ວ່າ, ຫຼັກຖານເບື້ອງຕົ້ນຊີ້ໃຫ້ເຫັນວ່າ ອາດຈະແມ່ນການວາງລະເບີດສະຫຼະຊີບຂອງກຸ່ມກໍ່ການຮ້າຍລັດສິດສະລາມ (IS) ອ້າງຊື່ເອງ.