ຕວກກີປ່ອຍຕົວເປັນອິດສະຫຼະໃຫ້ທະຫານເກືອບ300ຄົນທີ່ກ່ຽວຂ້ອງເຖິງກົນອຸບາຍລັດຖະປະຫານ

ຕວກກີປ່ອຍຕົວເປັນອິດສະຫຼະໃຫ້ທະຫານເກືອບ300ຄົນທີ່ກ່ຽວຂ້ອງເຖິງກົນອຸບາຍລັດຖະປະຫານ - ảnh 1
ພາບ​ປະ​ກອບ

(vovworld) –  ​ວັນ​ທີ 7/4, ສານ​ແຫ່ງ​ໜຶ່ງຂອງ​ຕວກ​ກີ ໄດ້​ປະ​ກາດ​ປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​ໃຫ້​ທະ​ຫານ 62 ຄົນ​ສຸດ​ທ້າຍ​​ທີ່ພວມ​​ຖືກຈຳ​ຄຸກ​ຍ້ອນ​ກ່ຽວ​ຂ້ອງ​ເຖິງ​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ເມື່ອ​ປີ 2003 ເພື່ອ​ແນ​ໃສ່​ໂຄ່​ນ​ລົ້ມ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄາວນັ້ນ​ແມ່ນ​ທ່ານ Tayyip Erdogan. ທະ​ນາຍ​ຄວາມ​ແກ້​ຄວາມ​ໃຫ້​ຮູ້​ວ່າ: ສານ​ໄດ້​ປະ​ກາດ​ເລີກ​ຄະ​ດີ​ສຳ​ລັບ​ບັນ​ດາຈຳ​ເລີຍ​ພາຍຫຼັງ​ນັກ​ໄອ​ຍະ​ການປະ​ກາດ​ວ່າ​ບັນ​ດາ​ພະ​ຍານຫຼັກ​ຖານ​ກ່ອນນີ້​ເພື່ອ​​ຜູກ​ໂທດ​ບັນ​ດາ​ນາຍ​ທະ​ຫານ​ແມ່ນບໍ່​ຮັບ​ຮູ້ໄດ້​.

        ປີ 2012, ສານ​ແຫ່ງ​ໜຶ່ງ​ຂອງ ຕວກ​ກີ ໄດ້​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ​ບັນ​ດາ​ນາຍ​ທະ​ຫານນີ້​ກ່ຽວ​ກັບ​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ ​ທີ່ເກີດ​ຂຶ້ນ​ເມື່ອ​ປີ 2003, ​ພາຍຫຼັງ​ພັກ​ຍຸ​ຕິ​ທຳ ແລະ ພັດ​ທະ​ນາ​ຂອງ​ທ່ານ Erdogan ຂຶ້ນ​ກຳ​ອ​ຳ​ນາດ 1 ປີ. ປະ​ຈຸ​ບັນ, ທ່ານ Erdogan ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ.


ຂ່າວ/ບົດ​ອື່ນ