(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດທີ 2/9; ກໍ່ຄື 45 ປີ ແຫ່ງວັນປະຕິບັດພິໃນກຳຂອງປະທານໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງຕວຽນກວາງ. ກ່າວຄຳເຫັນໃນການເຮັດວຽກກັບບັນດາພະນັກງານຫຼັກແຫຼ່ງຂອງແຂວງໃນຕອນບ່າຍວັນທີ 28/8. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ແຂວງ ຕວຽນກວາງ ຄວນປະຕິບັດສອງໜ້າທີ່ພ້ອມກັນ, ນັ້ນແມ່ນຊີ້ນຳຢ່າງເດັດດຽວເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 15 ຂອງແຂວງໄດ້ວາງອອກໃຫ້ດີທີ່ສຸດ; ສຸມໃສ່ບັນດາວຽກງານຫຍຸ້ງຍາກ, ແກ້ໄຂສິ່ງທີ່ຍັງຄົງຄ້າງ. ພ້ອມທັງກະກຽມຈັດຕັ້ງກອງປະຊຸມໃຫຍ່ຄະນະພັກແຂວງຄັ້ງທີ 16 ໃຫ້ສຳເລັດຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
“ຕວຽນກວາງຍັງຕ້ອງສຸມໃສ່ພັດທະນາກະສີກຳ, ການປ່າໄມ້ ດ້ວຍລະດັບສູງ, ຄຸນນະພາບສູງ, ແນວພັນໃໝ່, ນຳວິທະຍາສາດເຕັກນິກ, ເຕັກໂນໂລຢີໃໝ່ເຂົ້າໃນການຜະລິດ, ຕິດພັນກັບການຜະລິດປຸງແຕ່ງ, ຈຳໜ່າຍຜະລິດຕະພັນ. ຕວຽນກວາງ ມີທີ່ດິນທີ່ດີ, ມີທ່າແຮງທາງດ້ານການປ່າໄມ້. ດັ່ງນັ້ນຕ້ອງປ່ຽນໃໝ່ໂຄງປະກອບ, ກົນໄກເພື່ອຄຸ້ມຄອງ, ຂຸດຄົ້ນທ່າແຮງນີ້ໃນລະດັບສູງສຸດ“