(ພາບ:xaluan.com)
(vovworld)- ຕອນບ່າຍວັນທີ 4/9, ໃນຂອບເຂດວາລະປະຊຸມຄົບຄະນະຄັ້ງທີ 9, ກຳມາທິການກົດໝາຍຂອງສະພາແຫ່ງຊາດ ໄດ້ພິຈາລະນາຮ່າງບົດລາຍງານຂອງຄະນະຕິດຕາມກວດກາ ສັງກັດກຳມາທິການດັ່ງກ່າວ ກ່ຽວກັບການ “ປະຕິບັດກົດໝາຍໃນການລົງໂທດອາດຊະຍາກຳສໍ້ລາດບັງຫຼວງ ແລະ ຕຳແໜ່ງ“. ຈຸດປະສົງຂອງຄະນະຕິດຕາມກວດກາ ແມ່ນເພື່ອແນໃສ່ຕີລາຄາສະພາບການ ສໍ້ລາດບັງຫຼວງໂດຍລະອຽດ, ວຽກງານຄົ້ນພົບ ແລະ ລົງໂທດອາດຊະຍາກຳສໍ້ລາດບັງຫຼວງ ແລະ ຕຳແໜ່ງ ພ້ອມທັງເຮັດແຈ້ງຄວາມຮັບຜິດຊອບຂອງບັນດາອົງການທີ່ກ່ຽວຂ້ອງໃນໜ້າທີ່ນີ້. ໃນການລາຍງານອະພິປາຍທີ່ວາລະປະຊຸມ, ທ່ານຫງວຽນຫາຍຟອງ, ຮອງຫົວໜ້າອົງການໄອຍະການ ປຊຊ ສູງສຸດສະເໜີວ່າ ຕ້ອງຄົ້ນຄ້ວາສ້າງຕັ້ງອົງການສະເພາະກິດເພື່ອປະຕິບັດພາລະໜ້າທີ່ດັ່ງກ່າວ. ຄຳເຫັນຂອງຜູ້ແທນຫຼາຍທ່ານກໍ່ສະເໜີໃຫ້ສ້າງຕັ້ງອົງການສະເພາະກິດ, ເປັນເອກະລາດໃນການສືບສວນ, ລົງໂທດອາດຊະຍາກຳສໍ້ລາດບັງຫຼວງ ແລະ ຕຳແໜ່ງ, ບໍ່ຖືກຜົນກະທົບ, ແຊກແຊງໃນວຽກງານຂອງຕົນເພື່ອຮັບປະກັນວຽກງານປ້ອງກັນ, ຕ້ານອາດຊະຍາໃຫ້ບັນລຸປະສິດທິຜົນສູງ.