(VOVWORLD) -ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງ ວັນທີ 18 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 18 ກໍລະນີ ເຊິ່ງລ້ວນແຕ່ຢູ່ແຂວງ ຫາຍເຢືອງ.
ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງ ວັນທີ 18 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 18 ກໍລະນີ ເຊິ່ງລ້ວນແຕ່ຢູ່ແຂວງ ຫາຍເຢືອງ. ປັດຈຸບັນ, 02 ກໍລະນີ ກຳລັງປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ ສູນສາທາລະນະສຸກ ເມືອງ ຈີ໊ລິງ; 01 ກໍລະນີ ພວມ ປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ ໂຮງໝໍພະຍາດເຂດຮ້ອນ ຫາຍເຢືອງ ແລະ 15 ກໍລະນີ ກຳລັງ ປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍກາງສະໜາມເລກທີ 2 ມະຫາວິທະຍາໄລເຕັກນິກ, ສາທາລະນະສຸກ ແຂວງ ຫາຍເຢືອງ.
ຕາມບົດລາຍງານຂອງອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ, ວັນທີ 18 ກຸມພາ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 25 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ, ປັດຈຸບັນກຳລັງປິ່ນປົວໃຫ້ແກ່ 1.605 ກໍລະນີ ແລະ ມີ 35 ກໍລະນີ ເສຍຊີວິດ.