ສະໜາມບິນ ກາມແຣງ
(ພາບ: baokhanhhoa.com)
|
(vovworld) – ແຕ່ວັນທີ 1 ຫາວັນທີ 7 ຂອງບຸນເຕັດ ( 8 – 14/2), ມີ 182 ຖ້ຽວບິນສາກົນລົງຈອດຢູ່ສະໜາມບິນ ກາມແຣງ, ຂົນສົ່ງແຂກທ່ອງທ່ຽວມາຢ້ຽມຢາມແຂວງ ແຄ໋ງຮ່ວາ. ປະຈຸບັນ, ແຂວງ ແຄ໋ງຮ່ວາມີຫ້ອງນອນໂຮງແຮມກ່ວາ 22.000 ບັນລຸມາດຖານ 3 ດາວຂຶ້ນໄປ, ຕອບສະໜອງຄວາມຕ້ອງການຢູ່ອາໄສ, ຜັກຜ່ອນຂອງແຂກທ່ອງທ່ຽວ. ທ່ານນາງ ຟານທິແທງຈຸກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ແຄ໋ງຮ່ວາ, ໃຫ້ຮູ້ວ່າ:
“ເນື່ອງໃນໂອກາດບຸນເຕັດ, ທຸກຂັ້ນ, ທຸກຂະແໜງການ, ຄະນະຊີ້ນຳການທ່ອງທ່ຽວຂອງແຂວງ ມີຫຼາຍແຜນການເພື່ອຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະພາບແວດລ້ອມ, ທັດສະນີຍະພາບ. ການກະກຽມບ່ອນຢູ່, ທີພັກອາໄສລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກວິສາຫະກິດ. ໃນບໍລິເວນນະຄອນ, ໄດ້ດຳເນີນການເຄື່ອນໄຫວລະຫຼິ້ນ, ວັດທະນະທຳ, ສະແດງສິລະປະພື້ນເມືອງເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວໃນໂອກາດບຸນເຕັດ.”