ຕ້ອນ​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ 14 ຄົນ​ທຳ​ອິດ ທີ່​ຍົກ​ຍ້​າຍ​ມາ​ຈາກ​ເຂດ​ສູ້​ຮົບ​ຮົບ Kherson ຂອງ ຢູ​ແກຼນ ມາຍັງ ລັດ​ເຊຍ

(VOVWORLD) -ວັນທີ 13 ມີນາ, ຄະນະປະຕິບັດງານສະຖານທູດ ຫວຽດນາມ ປະຈຳນະຄອນ Krasnodar ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ ນະຄອນ Krasnodar ຕ້ອນຮັບພົນລະເມືອງ 14 ຄົນ ທີ່ໄດ້ຍົກຍ້າຍມາຈາກເຂດບັ້ນຮົບຢູ່ ຢູແກຼນ ມາຍັງແຂວງ Krasnodar ຂອງ ສະຫະພັນ ລັດເຊຍ. 
ຕ້ອນ​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ 14 ຄົນ​ທຳ​ອິດ ທີ່​ຍົກ​ຍ້​າຍ​ມາ​ຈາກ​ເຂດ​ສູ້​ຮົບ​ຮົບ Kherson ຂອງ ຢູ​ແກຼນ ມາຍັງ ລັດ​ເຊຍ - ảnh 1ສະຖານທູດ ຫວຽດນາມ ສົມທົບກັບ ສະມາຄົມຊາວ ຫວຽດນາມ ຕ້ອນຮັບພົນລະເມືອງ ຫວຽດນາມ 14 ຄົນທຳອິດ ທີ່ຍົກຍ້າຍມາຈາກເຂດສູ້ຮົບຮົບ Kherson ຂອງ ຢູແກຼນ ມາຍັງ ລັດເຊຍ (ພາບ: TTXVN)

ທ່ານ ຫວູເຊີນຫວຽດ, ເລຂາທີໜຶ່ງ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ການຕ້ອນຮັບຊາວ ຫວຽດນາມ ທີ່ຍົກຍ້າຍມາຈາກ Kherson ແມ່ນສັບສົນພໍສົມຄວນ ຍ້ອນສະພາບສົງຄາມຍັງມີຄວາມເຄັ່ງຕຶງຢູ່. ຕາມທ່ານແລ້ວ, ຝ່າຍ ລັດເຊຍ ໄດ້ໃຫ້ການໜູນຊ່ວຍຢ່າງຕັ້ງໜ້າໃນການຮັບປະກັນຄວາມປອດໄພໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ໃນການຍົກຍ້າຍອອກຈາກເຂດສູ້ຮົບໄປຍັງບ່ອນທີ່ປອດໄພ.  ສະຖານທູດພ້ອມແລ້ວທີ່ຈະໜູນຊ່ວຍພໍ່ແມ່ພີ່ນ້ອງເຮັດລະບຽບການຕ່າງໆໃຫ້ສຳເລັດໃນເວລາໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ