ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ, ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ

(VOVWORLD) -ຕອນເຊົ້າວັນທີ 31 ມີນາ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອລວມທັງໝົດຍັງຄົງແມ່ນ 2.594 ກໍລະນີ.
ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ, ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ - ảnh 1(ພາບປະກອບ: VOV)

ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີ 2.359 ກໍລະນີ, ມີ 35 ກໍລະນີເສຍຊີວິດ ແລະ ມີປະຊາຊົນ ຫວຽດນາມ ເກືອບ 50.000 ຄົນ ຢູ່ 19 ແຂວງ, ນະຄອນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດດັ່ງກ່າວລວມທັງໝົດເກືອບ 128,8 ລ້ານຄົນ, ໃນນັ້ນ ມີ 2.815.032 ຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 31 ລ້ານຄົນ, ໃນນັ້ນ ມີ ຫຼາຍກວ່າ 564.000 ຄົນ ເສຍຊີວິດ; ຖັດຈາກນັ້ນແມ່ນ ບຣາຊິນ ແລະ ອິນເດຍ.

ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ, ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ - ảnh 2ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ບຣາຊິນ (ພາບ: AFP/TTXVN)

        ເອີຣົບ ພວມແມ່ນຈຸດໃຈກາງໂລກລະບາດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 43 ລ້ານຄົນ, ໃນນັ້ນ ມີກວ່າ 949.000 ຄົນເສຍຊີວິດ.

        

ຕອບກັບ

ຂ່າວ/ບົດ​ອື່ນ