ຕອນເຊົ້າ​ວັນ​ທີ 8 ເມສາ, ຫວຽດ​ນາມ​ຢັ້ງ​ຢືນ​​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ຄົນໃໝ່​ຕື່ມ​ອີກ 2 ຄົນ

(VOVWORLD) -ຕອນເຊົ້າວັນທີ 8 ເມສາ, ກະຊວງສາທາລະນະສຸກ ຫວຽດນາມໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກ 2 ຄົນ, ທັງ 2 ຄົນນັ້ນລ້ວນແຕ່ຖືສັນຊາດ ຫວຽດນາມ. 
ຕອນເຊົ້າ​ວັນ​ທີ 8 ເມສາ, ຫວຽດ​ນາມ​ຢັ້ງ​ຢືນ​​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ຄົນໃໝ່​ຕື່ມ​ອີກ 2 ຄົນ - ảnh 1ສະພາບການ Covid – 19 ຢູ່ ຫວຽດນາມໃນຕອນເຊົ້າວັນທີ 8 ເມສາ (ພາບ: ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19) 

ໃນນັ້ນມີ ຄົນໜຶ່ງແມ່ນຢູ່ບ້ານ ໃກ້ຄຽງ ແລະ  ໄດ້ສຳຜັດໃກ້ກັບຄົນເຈັບຜູ້ທີ 243 ຢູ່ ເມືອງເມລິງ, ຮ່າໂນ້ຍ. ສ່ວນອີກຄົນໜຶ່ງ ແມ່ນ ຄົນເຈັບຢູ່ຮ່ານາມ, ປັດຈຸບັນພວມສືບຕໍ່ສືບສວນແຫຼ່ງຕິດແປດ.

ດັ່ງນັ້ນ ໄລ່ຮອດຕອນເຊົ້າວັນທີ 8 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລວມທັງໝົດແມ່ນ 251 ຄົນ.   ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 122 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ