(vovworld)- ໝາກລິ້ນຈີ່ ຂອງລູກງ້ານ ແຂວງ ບັກຢາງ 2 ງວດທຳອິດ ສົ່ງໄປຂາຍຢູ່ ຝລັ່ງ ດ້ວຍປະລິມານເກືອບ 1.200 ກິໂລກຼາມ ໄດ້ຮັບການຈຳຫນ່າຍຢ່າງວອ່ງໄວຢູ່ ຮ້ານສັບພະສິນຄ້າ 4 ແຫ່ງຂຶ້ນກັບລະບົບຮ້ານຄ້າຂອງບໍລິສັດຂາອອກຂາເຂົ້າ ແທງບິງ Jeune ຊື່ງແມ່ນວິສາຫະກິດນຳເຂົ້າສິນຄ້າ ຫວຽດນາມ. ດ້ວຍການຈຳຫນ່າຍຫລາຍຄືປະຈຸບັນ, ບໍລິສັດຈະສືບຕໍ່ນຳເຂົ້າໝາກລິ້ນຈີ່ຕື່ມອີກ 2 ງວດ ໃນເດືອນ 6, ຍົກຍອດປະລິມານໝາກລິ້ນຈີີ່ນຳເຂົ້າຝລັ່ງ ໃນລະດູການນີ້ແມ່ນປະມານ 2-3 ໂຕນ. ທ່ານ ໂງມີງເດືອງ, ຜູ້ອຳນວຍການໃຫຍ່ ບໍລິສັດ ແທງບີງ Jeune ໃຫ້ຮູ້ວ່າ: ບໍລິສັດພວມຂຶ້ນແຜນການຂົນສົ່ງໝາກລິ້ນຈີ່ດ້ວຍກຳປັ່ນທາງທະເລໃນລະດູການປີ 2016 ເພື່ອຫລຸດຜ່ອນລາຄາຜະລິດຕະພັນ.