(ພາບປະກອບ)
(vovworld)-ວັນທີ 26/8, ສື່ມວນຊົນໄທໄດ້ໃຫ້ຂໍ້ສັງເຫດວ່າ: ຕະຫຼາດຂາຍຍ່ອຍຫວຽດນາມ ພວມນັບມື້ນັບດຶງດູດບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາບໍລິສັດຂອງໄທ ແລະ ຍີ່ປຸ່ນ. ໜັງສືພິມ ”The National” ໃຫ້ຮູ້ວ່າ: ບັນດາບໍລິສັດຂອງໄທ ແລະ ຍີ່ປຸ່ນ ເຫັນໄດ້ຄວາມສາມາດບົ່ມຊ້ອນໃນຕະຫຼາດທີ່ກ້ວາງໃຫ່ຍຢູ່ຫວຽດນາມ ແລະ ຫວຽດນາມ ພວມກາຍເປັນຈຸດນັດພົບທີ່ດຶງດູດບັນດານັກຂາຍຍ່ອຍໃຫ່ຍໃນພາກພື້ນ. ທ່ານພິສະນຸ ພົງວັດທະນະ ຮອງປະທານບໍລິສັດ Berli Iucker ໃຫ້ຂໍ້ສັງເກດວ່າ: ເມື່ອທຽບກັບຕະຫຼາດໄທ, ຕະຫຼາດຫວຽດນາມ ພວມຖືກຖືວ່າມີຄວາມສາມາດບົ່ມຊ້ອນໃຫ່ຍຫຼວງໃຫ້ແກ່ຂະແໜງອຸດສາກະກຳຂາຍຍ່ອຍ. ຕາມແຜນການ, Berli Iucker ຈະເປີດຮ້ານຂາຍເຄື່ອງຕື່ມອີກ 100 ຮ້ານໃນປີໜ້າ ແລະ 300 ຮ້ານຢູ່ນະຄອນຮ່າໂນ້ຍ ແລະ ນະຄອນໃຫ່ຍແຫ່ງຕ່າງໆໃນປີ 2015. ໃນຂະນະນັ້ນ, ກຸ່ມບໍລິສັດ Central Pattana ຊື່ງແມ່ນກຸ່ມບໍລິສັດພັດທະນາສູນການຄ້າອັນດັບໜຶ່ງຂອງໄທ ກໍ່ພວມປຶກສາຫາລືກັບຄູ່ຮ່ວມມືຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍສູນການຄ້າແຫ່ງອຳອິດຢູ່ຫວຽດນາມ. ບົດໜັງສືພິມໃຫ້ຂໍສັງເກດວ່າ: ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ບັນດານັກການຄ້າທັນສະໄມພັດທະນາ. ປະຈຸບັນມີຮ້ານການຄ້າທັນສະໄຫມຢູ່ຫວຽດນາມ ປະມານ 800 ຮ້ານເທົ່ານັ້ນ.