ຕະຫຼາດອະສັງຫາລິມະຊັບຫວຽດນາມ ຕ້ອງພັດທະນາ ແລະ ເຊື່ອມໂຍງເຂົ້າກັບຕະຫຼາດສາກົນຢ່າງເລິກເຊິ່ງກວ່າ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ລັ່ນຄ້ອງເລີ່ມເປີດວາລະແລກປ່ຽນຄາຂາຍອະສັງຫາລິມະຊັບ)
(vovworld) – ຕອນເຊົ້າວັນທີ 24/02, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ລັ່ນຄ້ອງເລີ່ມເປີດວາລະແລກປ່ຽນຄາຂາຍອະສັງຫາລິມະຊັບ ຕົ້ນລະດູບານໃໝ່ ປີມະແມ 2015 ຢູ່ພະແນກແລກປ່ຽນອະສັງຫາລິມະຊັບຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາວ່າ, ຕະຫຼາດອະສັງຫາລິມະຊັບຕ້ອງແກ້ໄຂບັນດາຄວາມຈຳກັດ, ອ່ອນດ້ອຍເພື່ອພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນກວ່າ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດສັງຄົມລວມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີກໍ່ຕັກເຕື່ອນລັດຖະມົນຕີວ່າການກະຊວງການເງິນຫວຽດນາມ, ປະທານຄະນະກຳມະການອະສັງຫາລິມະຊັບ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງສຸມໃສ່ກວດກາຄືນ, ສ້າງສຳເລັດກອບລະບອບນະໂຍບາຍເພື່ອໃຫ້ຕະຫຼາດອະສັງຫາລິມະຊັບຫວຽດນາມ ເຄື່ອນໄຫວດ້ວຍຄວາມ ກະຈ່າງແຈ້ງ, ມີປະສິດທິຜົນ, ເໝາະສົມກັບທຳນຽມສາກົນ ເພື່ອລະດົມທຶນໃຫ້ດີກວ່າ, ມີປະສິດທິຜົນກວ່າ ໂດຍສະເພາະແມ່ນໃນສະພາບທີ່ຫວຽດນາມ ພວມຊຸກຍູ້ການເຈລະຈາຢ່າງແຮງ ແລະ ກ່ຽມພ້ອມການລົງນາມໃນບັນດາເອກະສານສັນຍາການຄ້າເສລີ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ນຳການປະຕິບັດແຜນຮ່າງສ້າງໂຄງປະກອບຕະຫຼາດອະສັງຫາລິມະຊັບຄືນໃໝ່ ເພື່ອໃຫ້ຕະຫຼາດພັດທະນາໃນລະດັບສູງກວ່າ, ຄົບຖ້ວນກວ່າ ແລະ ເຊື່ອມໂຍງດ້ານເສດຖະກິດເຂົ້າກັບຕະຫຼາດສາກົນຢູ່ເລິກເຊິ່ງ, ກວ້າງຂວາງກວ່າ.