ຕາລີບານ ເຂັ່ນຂ້າ ນັກຮົບ ປາກິດສະຖານ ຫຼາຍຄົນ

ຕາລີບານ ເຂັ່ນຂ້າ ນັກຮົບ ປາກິດສະຖານ ຫຼາຍຄົນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 30/12, ວົງ​ການ​ເຈົ້າ​ໜ້າ​ທີ່​ປາ​ກິດ​ສະຖານ ​ໃຫ້​ຮູ້​ວ່າ: ບັນດາ​ມື​ປຶນຂອງ​ກຳລັງ​ອິດສະ​ລາມ ຕາ​ລີ​ບານ ​ໄດ​້​ເຂັ່ນຂ້າ​ນັກຮົບ 21 ຄົນ​ຂອງ​ປະ​ເທດ​ນີ້, ​ເຊິ່ງ​ແມ່ນ​ບັນດາ​ບຸກຄົນ​ຖືກ​ລອກ​ຈັບ​ຕົວກ່ອນ​ນີ້ 3 ວັນ​ ​ໃນ​ການ​ບຸກ​ໂຈມ​ຕີຂອງ ຕາ​ລີ​ບານ ​ເຂົ້າ​ຄ້າຍ​ທະຫານ 2 ​ແຫ່ງຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 27/12, 200 ມື​ປືນ ​ຕາ​ລີ​ບານ​ໄດ້​ບຸກ​ເຂົ້າ​ຄ້າຍ​ທະຫານ 2 ​ແຫ່ງ​ຂອງ​ລັດຖະບານ ປະກິດ​ສະຖານ ທີ່​ຕັ້ງ​ຢູ່​ຊານ​ນະຄອນ Peshawar, ​ເຂັ່ນຂ້າ​​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ 2 ຄົນ ​ແລະ ລອກ​ຈັບຕົວ 23 ຄົນ. ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ພົບ​ເຫັນ​ສົບ​ຂອງ​​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ 21 ຄົນ​ນີ້​ຢູ່​ບ່ອນໃກ້​ກັບ​ຄ້າຍ​ທະຫານ 2 ​ແຫ່ງ​ດັ່ງກ່າວ. ​ໃນ​​ແຜ່ນ​ຊີ​ດີ ທີ່​ຫາ​ກໍ​ໄດ້​ປະກາດ, ທ່ານ Hakimullah Mehsud, ຫົວ​ໜ້າ ຕາ​ລີ​ບານ ຢູ່ ປາ​ກິດ​ສະຖານ ​ເວົ້າ​ວ່າ: ​ສາມາດ​ມີ​ການ​ເຈລະຈາ ກັບ​ອຳນາດ​ການ​ປົກຄອງ​ໃນ​ເມື່ອ​ອຳນາດ​ການ​ປົກຄອງ ປາ​ກິດ​ສະຖານ ລົບ​ລ້າງ​​ການ​ພົວພັນ​ກັບ ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ