ຕໍາຫຼວດຕວກກີ ເປີດເຜີຍຂໍ້ມູນໃໝ່ເພີ່ມເຕີມໃນຄະດີເຂັ່ນຂ້ານັກຂ່າວ Khashoggi

(VOVWORLD) -ນັກຂ່າວຊາວ ຊະອູດີ ອາຣັບບີ Jamal Khashoggi ຖືກເຂັ່ນຂ້າຢູ່ສະຖານກົງສູນ ຊະອູດີ ຢູ່ນະຄອນ Istanbul ອາດຈະຖືກເຜົາແລ້ວ

ສໍານັກຂ່າວສານແຫ່ງຊາດ Anadolu ຂອງຕວກກີ, ໃນວັນທີ 14 ກຸມພາ ໄດ້ຄັດສະເໜີບົດລາຍງານຂອງຕໍາຫຼວດປະເທດນີ້ ໂດຍໃຫ້ຮູ້ວ່າ ນັກຂ່າວຊາວ ຊະອູດີ ອາຣັບບີ Jamal Khashoggi ຖືກເຂັ່ນຂ້າຢູ່ສະຖານກົງສູນ ຊະອູດີ ຢູ່ນະຄອນ Istanbul ອາດຈະຖືກເຜົາແລ້ວ. ຕາມບົດລາຍງານແລ້ວ, ສິ່ງທີ່ໜ້າສົນໃຈ ນັ້ນແມ່ນ ສະຖານກົງສູນ ຊະອູດີ ອາຣັບບີ ຕັ້ງຢູ່ນະຄອນ Istanbul ມີເຕົາເຜົາ ທີ່ມີຄວາມຮ້ອນເຖິງ 1.000 ອົງສາ C, ຜ່ານນັ້ນ ອາດຈະທໍາລາຍຮ່ອງຮອຍທຸກ ADN. ໃນຂະນະນັ້ນ, ໃນວັນດຽວກັນ ຊ່ອງໂທລະພາບ NTV ຂອງ ຕວກກີ ກໍໄດ້ປະກາດບັນດາຮູບພາບຂອງຊາຍຄົນໜຶ່ງທີ່ເອົາແພປົກຫົວ, ໂດຍໄດ້ຖືວ່າ ແມ່ນຊາວທ້ອງຖິ່ນ ທີ່ໄດ້ຊ່ວຍເຫຼືອບັນດານັກສືບລາຊະການລັບ ຊະອູດີ ອາຣັບບີ ຖີ້ມສົບແຕ່ລະສ່ວນຂອງນັກຂ່າວ Khashoggi ຢ່າງປິດລັບ.


ຕອບກັບ

ຂ່າວ/ບົດ​ອື່ນ