ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງຈາກນະຄອນຮ່າໂນ້ຍວ່າ ແມ່ນສະຖານທີ່ທ່ອງທ່ຽວ

(VOVWORLD) -ວັນທີ 23 ກໍລະກົດ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຕາແສງບາດຈ່າງ, ເມືອງ ຢາເລິມ, ນະຄອນຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວ. 
ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງຈາກນະຄອນຮ່າໂນ້ຍວ່າ ແມ່ນສະຖານທີ່ທ່ອງທ່ຽວ - ảnh 1 ກອງປະຊຸມຖະແຫຼງຂ່າວ (ພາບ: Ngoc Anh )

ຕອນເຊົ້າວັນທີ 7 ຕຸລາ, ຢູ່ຕາແສງ ບາດຈ່າງ, ຄະນະໍາມະການປະຊາຊົນເມືອງ ຢາເລິມ, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ປະກາດບັນດາການເຄື່ອນໄຫວຢູ່ພິທີປະກາດສະຖານທີ່ທ່ອງທ່ຽວ ບາດຈ່າງ ເຊິ່ງຈະດໍາເນີນໃນວັນທີ 9 ຕຸລາ. ເນື່ອງໃນໂອກາດນີ້ ແຕ່ວັນທີ 9 – 13 ຕຸລາ, ຢູ່ຕາແສງບາດຈ່າງ ຈະດໍາເນີນການເຄື່່ອນໄຫວວັດທະນະທໍາ, ການທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ. ວັນທີ 23 ກໍລະກົດ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຕາແສງບາດຈ່າງ, ເມືອງ ຢາເລິມ, ນະຄອນຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວ. ເຊິ່ງເປັນຕາແສງໜຶ່ງດຽວຂອງເມືອງ ຢາເລິມ ທີ່ມີໂຄງປະກອບເສດຖະກິດບັນດາຂະແໜງການຕົ້ນຕໍແມ່ນ ອຸດສາຫະກໍາ, ອຸດສາຫະກໍານ້ອຍຫັດຖະກໍາ, ການຄ້າບໍລິການ, ການທ່ອງທ່ຽວ, ບໍ່ເຮັດກະສິກໍາ. ທ່ານນາງ ຟຸ່ງທິຮວ່າຍເຮືອງ, ຫົວໜ້າຂະແໜງວັດທະນະທໍາຖະແຫຼງຂ່າວ ເມືອງ ຢາເລິມ ໃຫ້ຮູ້ວ່າ:

        “ບາດຈ່າງ ແມ່ນສະຖານທີ່ທ່່ອງທ່ຽວທີ່ຈັບອົກຈັບໃຈສໍາລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະສາກົນ. ສິ່ງທີ່ຍອດຍິ່ງຢູ່ທີ່ນີ້ ແມ່ນຢູ່ທັງຄຸນຄ່າທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງບາດຈ່າງ. ຄຸນຄ່າທີ່ເປັນວັດຖຸແມ່ນ ໝູ່ບ້ານເກົ່າແກ່, ເຮືອນເກົ່າ, ບັນດາເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທໍາ, ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງນັກສິລະປະການຕ່າງໆ. ສ່ວນຄຸນຄ່່າທີ່ບໍ່ເປັນວັດຖຸແມ່ນ ງານບຸນບ້ານບາດຈ່າງ, ອາຫານການກິນຂອງປະຊາຊົນບາດຈ່າງ. ພວກຂ້າພະເຈົ້າ ໄດ້ເຮັດສໍາເນົາເອກະສານຍື່ນສະເໜີຕໍ່ອົງການຈັດຕັ້ງຂັ້ນຕ່າງໆທີີ່ມີສິດອໍານາດຮັບຮອງເອົາ ອາຊີບຜະລິດເຄື່ອງປັ້ນດິນເຜົາບາດຈ່າງ ແມ່ນ ມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ”.

        ໃນຊຸມປີມໍ່ໆມານີ້, ປະລິມານແຂກທ່ອງທ່ຽວມາຢ້ຽມຢາມ ແລະ ຊື້ຂາຍ ຢູ່ຕາແສງບາດຈ່າງ ນັບມື້ນັບຫຼາຍຂຶ້ນ ຄາດຄະເນປະມານ 200.000 ເທື່ອຄົນຕໍ່ປີ, ໃນນັ້ນ ແຂກທ່ອງທ່ຽວສາກົນກວມເອົາປະມານ 10%. 

ຕອບກັບ

ຂ່າວ/ບົດ​ອື່ນ