ຕຳຫລວດໄທກຳນົດບັດດາເຫດວາງລະເບີດຢູ່ພາກໃຕ້ທີ່ກ່ຽວຂ້ອງເຖິງພວກກະບົດອິດສະລາມ
(ພາບປະກອບ)
(vovworld) – ວັນທີ 29/08 ຕຳຫລວດ ໄທ ໃຫ້ຮູ້ວ່າ: ບັນດາຕົວການໃນເຫດວາງລະເບີດຕ່າງໆຢູ່ບັນດາເທດສະບານເມືອງທ່ອງທ່ຽວມໍ່ໆມານີ້ ທີ່ກ່ຽວຂ້ອງເຖິງພວກສ່ວນ ອິດສະລາມລຸກຮື້ຂຶ້ນຢູ່ພາກໃຕ້ປະເທດນີ້. ນີ້ແມ່ນຄັ້ງທຳອິດ ທີ່ເຈົ້າໜ້າທີ່ ໄທ ຢືນຢັນເຖິງການກ່ຽວຂ້ອງລະຫວ່າງບັນດາເຫດວາງລະເບີດນີ້ ກັບພວກສ່ວນອິດສະລາມລຸກຮື້ຂຶ້ນ ທີ່ພວມເຄື່ອນໄຫວຢູ່ພາກໃຕ້ປະເທດນີ້. ປະຈຸບັນ ຍັງບໍ່ທັນມີກຸ່ມໃດ ຍອມຮັບໄດ້ດຳເນີນບັນດາເຫດວາງລະເບີດທີ່ເລັ່ງໃສ່ບັນດາເຂດພັກຜ່ອນບຳລຸງ ສຸຂະພາບທີ່ລືຊື່ີທາງພາກໃຕ້ ໄທ ໃນວັນທີ 11 – 12/08 ຜ່ານມາ. ເຮັດໃຫ້ 4 ຄົນເສຍຊີວິດ ແລະ ນັບສິບຄົນຮັບບາດເຈັບ, ໃນນັ້ນ ມີແຂກທ່ອງທ່ຽວ ເອີລົບ. ມາຮອດປະຈຸບັນ ສານທະຫານ ໄທ ອອກຄຳສັ່ງຊອກຈັບຕົວການ 3 ຄົນທີ່ຖືສາສະໜາອິດສະລາມຢູ່ພາກໃຕ້ ເຊິ່ງຖືກສົງໄສວ່າ ມີສ່ວນກ່ຽວຂ້ອງເຖິງບັນດາເຫດວາງລະເບີດດັ່ງກ່າວ. ຮອງໂຄສົກຕຳຫລວດແຫ່ງຊາດ ທ່ານພັນເອກ ກຮິດນາ ພັດທະນາຈະເລີນ ໃຫ້ຮູ້ວ່າ: ບັນດາຕົວການດັ່ງກ່າວ ລ້ວນແຕ່ກ່ຽວຂ້ອງເຖິງພາກສ່ວນລຸກຮື້ຂຶ້ນຢູ່ພາກໃຕ້.