ຕຳຫຼວດທະເລຈີນຢ້ຽມຢາມນະຄອນຫາຍຟ່ອງ

ຕຳຫຼວດທະເລຈີນຢ້ຽມຢາມນະຄອນຫາຍຟ່ອງ - ảnh 1
(ຕຳຫຼວດທະເລຈີນຢ້ຽມຢາມນະຄອນຫາຍຟ່ອງ)

(vovworld)- ຕອນ​ເຊົ້າ ວັນ​ທ​ີ 10/11, ກຳ​ປັນ​ຕຳຫຼວດ​ທະ​ເລ​ຈີນ, ໝາຍ​ເລກ 46305, ພ້ອມ​ດ້ວຍ​ພະ​ນັກງານ ແລະ ລູກ​ເຮືອ 101 ຄົນ ໄດ້​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ຈົ່ວ​ແຫວ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ນະ​ຄອນ​ຫາຍ​ຟ່ອງ ໃນ​ລະ​ຫວ່າງວັນ​ທີ 10-13/11. ການ​ຢ້ຽມ​ຢາມ​ຂອງ ກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ຕຳຫຼວດ​ທະ​ເລ ສອງ​ປະ​ເທດ​ ເວົ້າ​ສະ​ເພາະ​ ແລະ ລະ​ຫວ່າງ ກອງ​ທັບສ​ອງ​ປະ​ເທດ ຫວຽດ​ນາມ-ຈີນ ເວົ້າ​ລວມ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ ຂອງຕຳຫຼວດ​ທະ​ເລ​ຈີນ ຢູ່​ຫວຽດ​ນາມ, ເປັນ​ການ​ເຄື່ອ​ນ​ໄຫວ ​ ຫັນບັນ​ດາ​ເນື້ອ​ໃນ​ທີ່​ລະ​ບຸ​ໄວ້​ໃນ​ແຜນ​ການ​ຮ່ວມ​ມື ລະ​ຫວ່າງ ຕຳຫຼວດ​ທະ​ເລ​ສອ​ງ​ປະ​ເທດ ທີ່​ໄດ້​ເຊັນ​ກ​ັນ ​ເປັນ​ລະ​ອຽດ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ຫວຽດ​ນາມ, ນາຍ​ທະ​ຫານ ແລະ ລູກ​ເຮືອ​ກຳ​ປັ່ນ ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​​ຫາຍ​ຟ່ອງ, ພົບ​ປະ​ເຈ​ລະ​ຈາ​ ກັບ​ຕຳຫຼວດ​ທະ​ເລ​ຫວຽດ​ນາມ, ຢ້ຽມ​ຢາມ ແລະ ພົບ​ປະ​​ແລ​ກ​ປ່ຽນ​ກິ​ລາ​ກັບ​ພະ​ນັກ​ງານ, ນັກ​ຮົບຕຳຫຼວດ​ທະ​ເລ​ເຂດ 1 ແລະ ຢ້ຽມ​ຊົມ​ບາງທັດ​ສະ​ນີຍ​ະ​ພາບ​ທີ່​ສ່ວຍ​ງາມ ຢູ່​​ຫາຍ​ຟ່ອງ ແລະ ກວາງ​ນິງ.

ຂ່າວ/ບົດ​ອື່ນ