ຕຳຫຼວດອິນໂດເນເຊຍຖືກຕັ້ງໃນສະພາວະເຕື່ອນໄພສູງສຸດ

ຕຳຫຼວດອິນໂດເນເຊຍຖືກຕັ້ງໃນສະພາວະເຕື່ອນໄພສູງສຸດ - ảnh 1
(ພາບ​ປະ​ກອບ: vietbao)

(vovworld) - ​ ​​ວັນ​ທີ 21/12, ຕຳ​ຫຼ​ວດ​ອິນ​ໂດ​ເນ​ເຊຍ ໃຫ້​ຮູ​້​ວ່າ, ກຳ​ລັງ​ນີ້​ໄດ້​​ຖືກ​ຕັ້ງ​ໃນ​ສະ​ພາ​ວະ​ເຕືອນ​ໄພກໍ່​ການ​ຮ້າຍ​ສູງ​ສຸດ, ພາຍ​ຫຼັງ​ທີ່​ໄດ້​ທັບ​ມ້າງ​ບັນ​ດາ​ກົນ​ອຸ​ບາຍ​ບ​ຸກ​ໂຈມ​ຕີ​ສະ​ຫຼະ​ຊີບ​ຢູ່ ຈາ​ກາ​ຕາ ແລະ ຈັບ​ຕົວ​ບັນ​ດາ​​ບຸກ​ຄົນ​ມີ​ສ່ວນ​ກ່ຽວ​​ພັນ​ເຖິງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ຕາມ​ຂໍ້​ມູນ​ເກັບ​ກຳມາ​ໄດ້, ​ເປົ້າ​ໝາຍ​ບາງ​ຄົນ​ຖືກ​ຈັບ​ຕົວ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ກົນ​ອຸ​ບາຍ​ວາງ​ສະ​ເບີດ​ສະ​ຫຼະ​ຊີບ​ຢູ່​ຈາ​ກາ​ຕາ ໃນ​ໂອ​ກາດ​ປີ​ໃໝ່. ມີ 5 ​ເປົ້າ​ໝາຍ​ຖືກ​ຈັບ​ຕົວ​ ມີ​ສ່ວນ​ກ່ຽ​ວ​ຂ້ອງ​ເຖິງ IS ແລະ 4 ເປົ້າ​ໝາຍ​ຂຶ້ນ​ກັບ​ກຸ່​ມ​ກ່ຽວ​ຂ້ອງ​ເຖິງ​ເຄືອ​ຂ່າຍກໍ່​ການ​ຮ້າຍ Jemaah Islamiyah, ​ເຊິ່ງ​ແມ່ນອົງ​ການ​ຢືນ​ຢູ່​ເບື້ອງ​ຫຼັງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ໃຫຍ່​ຢູ່​ອິນ​ໂດ​ເນ​ເຊຍ. ເປົ້າ​ໝາຍ​​ບຸກ​ໂຈມ​ຕີຂອງພວກນີ້​, ແມ່ນແນ​ໃສ່​ຮ້ານ​ສັບ​ພະ​ສິນ​ຄ້າ, ປ້ອມ​ຕຳ​ຫຼວດ ແລະ ບັນ​ດາ​ກຸ່ມ​​ຊົນ​ເຜົ່​າ​ສ່ວນ​ໜ້ອຍ​ໃນ​ທົ່ວ​ປະ​ເທດອ​ິນ​ໂດ​ເນ​ເຊຍ.

      ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ຮູ້​ວ່າ, ມີ​ຕຳ​ຫຼວດ ແລະ ພົນ​ທະ​ຫານ​ອິນ​ໂດ​ເນ​ເຊຍ 150.000 ຄົນ​ຈະ​​ຖືກ​ຈັດ​ສົ່ງ​ໄປ​ຍັງ​ບັນ​ດາ​ບໍ​ລິ​ເວນ​ທີ່​ສຳ​ຄັນ​ໃນ​ລະ​ຫວ່າງວັນ​ທີ 24/12/2015 ຫ​າ​ວັນ​ທີ 02/01/2016.

ຂ່າວ/ບົດ​ອື່ນ