ຕຳຫຼວດໄທກ່າວຫາຊາວຈາວອຸຍກູກ່ຽວຂ້ອງເຖິງເຫດວາງລະເບີດຢູ່ໄທ

ຕຳຫຼວດໄທກ່າວຫາຊາວຈາວອຸຍກູກ່ຽວຂ້ອງເຖິງເຫດວາງລະເບີດຢູ່ໄທ - ảnh 1

ຜູ້ຖືກສົງໄສວາງລະເບີດຢູ່ໄທຖືກຈັບຢູ່ຊາຍແດນກຳປູເຈຍ
(ພາບ: AFP)

(vovworld) - ວັນ​ທີ 15/9, ຜູ້​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄທ ສົມ​ຢົດ ພູມ​ຜັນ​ມວງ ​ໄດ້​ກ່າວ​ຫາ​ປະຊາ​ຄົມ​ຊາວ ຈາວ​ອຸຍ​ກູ ຢູ່​ຈີນ ທີ່​ໄດ້​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ນະຄອນຫຼວງ​ບາງກອກ. ນີ້​ແມ່ນ​ເທື່ອ​ທຳ​ອິດທີ່​ຫົວໜ້າ​ກຳລັງ​ຕຳຫຼວດ​ໄທ​ກ່າວ​ຫາ​ປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ນີ້​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ເມື່ອ​ວັນ​ທີ 17/8, ​ເຮັດ​ໃຫ້ 20 ຄົນ​ເສຍ​ຊີວິດ. ກ່າວ​ຄວາມ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ​ເມື່ອ​ອະທິບາຍ​ກ່ຽວ​ກັບ​ສາຍ​ເຫດ​ຂອງ​ການວາງ​ລະ​ເບີດ, ທ່ານ ສົມ​ຢົດ ພູມ​ຜັນ​ມວງ ​ໃຫ້​ຮູ້​ວ່າ, ກຸ່ມ​ການ​ຄ້າ​ມະນຸດ, ທີ່​ເຄີຍ​ນຳຄົນ ຈາວ​ອຸຍ​ກູ ຈາກ​ປະ​ເທດ​ນີ້​ໄປ​ຍັງ​ປະ​ເທດ​ອື່ນ, ອາດ​ຈະປະຕິບັດ​ການວາງ​ລະ​ເບີດ​ເພື່ອ​ແກ້​ແຄ້ນ​​ບັ້ນ​ກວາດ​ລ້າງທຳລາຍ ​ແລະ ສະກັດ​ກັ້ນຂອງ​ຕຳຫຼວດ​ໄທ ທີ່​ເລັ່ງ​ໃສ່​ການ​ເຄື່ອນ​ໄຫວ​ຄ້າ​ມະນຸດຂອງ​ພວກ​​ເຂົາ.

 

ຂ່າວ/ບົດ​ອື່ນ