ທຸກໆການເຄື່ອນໄຫວຂອງຈີນ ຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ຜິດກົດໝາຍ ແລະ ບໍ່ມີຄຸນຄ່າ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) – ວັນທີ 24/07, ທີ່ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ວັນທີ 23/07, ຈີນ ໄດ້ດຳເນີນການຂຸດຄອງສາຍທາງໄປມາອ້ອມເກາະ ຢຸຍມົ້ງ ກວ່າ 15 ກມ, ເຊິ່ງແມ່ນໜຶ່ງໃນບັນດາເກາະຢູ່ໝູ່ເກາະຮ່ວາງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ ຫວຽດນາມ ໄດ້ຢືນຢັນອະທິປະໄຕທີ່ບໍ່ອາດຖົກຖຽນກັນໄດ້ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາເປັນຫຼາຍເທື່ອແລ້ວ . ທຸກໆການເຄື່ອນໄຫວຂອງຈີນ ຢູ່ 2 ໝູ່ເກາະດັ່ງກ່າວລ້ວນແຕ່ຜິດກົດໝາຍ ແລະ ບໍ່ມີຄຸນຄ່າ.
ກ່ຽວກັບເລື່ອງຜູ້ຊາຍຈີນ ຄົນໜຶ່ງບຸກໂຈມຕີແມ່ຍິງຫວຽດນາມ 5 ຄົນດ້ວຍມີດ, ເຮັດໃຫ້ 3 ຄົນເສຍຊີວິດ, 2 ຄົນຖືກບາດເຈັບໜັກໃນຕອນຄໍ່າວັນທີ 22/07, ຢູ່ນະຄອນທ່າຟ໋າງເຈຶ໋ງ, ແຂວງ ກວາງຊີ, ປະເທດຈີນ, ໂຄສົກກະຊວງການຕ່າງປະເທດ ເລຫາຍບິ່ງ ຢືນຢັນວ່າ ພາຍຫຼັງໄດ້ຮັບຂ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ບັນດາອົງການທຸຕານຸທູດຂອງຫວຽດນາມ ຢູ່ຈີນ ຮີບເຮັ່ງເຮັດວຽກກັບບັນດາອົງການກ່ຽວຂ້ອງຂອງຈີນ ກໍ່ຄືແຂວງກວາງຊີ ເພື່ອຮັບຮູ້ຂໍ້ມູນ, ຍາດຕິພີນ້ອງຂອງຜູ້ຖືກເຄາະຮ້າຍ ເພື່ອປິ່ນປົວຜູ້ຖືກບາດເຈັບຢ່າງທັນການ ກໍ່ຄື ແກ້ໄຂວຽກງານທີ່ກ່ຽວຂ້ອງເຖິງຜູ້ຖືກເສຍຊີວິດ.
“ໃນວັນທີ 23/7, ກົງສູນໃຫຍ່ຫວຽດຍນາມຢູ່ ໜານໜິງ ໄດ້ຮີບເຮັ່ງເຮັດວຽກກັບບັນດາອົງການກ່ຽວຂ້ອງຂອງແຂວງກວາງຊີ ແລະ ຮຽກຮ້ອງໃຫ້ປິ່ນປົວສອງຄົນຖືກບາດເຈັບໃນທັນທີ, ດ້ວຍທຸກວິທີ ແລະ ສືບສວນເຫດການນີ້ໂດຍໄວ. ຕອນເຊົ້າວັນທີ 24/7, ຫົວໜ້າກົມກົງສູນກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບອັກຄະລັດຖະທູດຈີນຢູ່ ຮ່າໂນ້ຍເພື່ອແລກປ່ຽນກ່ຽວກັບເຫດການນີ້”.
ກ່ຽວຂ້ອງເຖິງຂ່າວແຟງລັງ ພວມກັກຊົ່ວຄາວອຸປະກອນດ້ານການທະຫານງວດໜຶ່ງທີ່ຂົນສົ່ງຈາກຫວຽດນາມໄປ ຢູແກຼນ, ທ່ານ ເລຫາຍບິ່ງ ໃຫ້ຮູ້ວ່າ, ນີ້ແມ່ນອຸປະກອນດ້ານການທະຫານທີ່ນຳໄປສ້ອມແປງ ແລະ ບຸລະປະໃນຂອບເຂດການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ ແລະ ຢູແກຼນ. ວຽກງານນີ້ເປັນປົກກະຕິ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ ແລະ ທຳນຽມສາກົນ. ປະຈຸບັນ, ບັນດາອົງການກ່ຽວຂ້ອງຂອງຫວຽດນາມພວມເຮັດວຽກກັບຝ່າຍທີ່ກ່ຽວຂ້ອງຕ່າງໆເພື່ອແກ້ໄຂບັນດາບັນຫາກ່ຽວກັບລະບຽບການພາສີເມື່ອຜ່ານແດນແຟງລັງ.