ທູດ​ພິ​ເສດ ສ​ປ​ຊ ເດີນ​ທາງ​ໄປຍັງ ລີ​ບີ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ

(VOVWORLD) -ສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງເລື່ອງທີ່ບັນດາຝ່າຍທັງໝົດຢູ່ ລີບີ ຕ້ອງໃຫ້ຄຳໝັ້ນສັນຍາ ແລະ ສ້າງເງື່ອນໄຂໃຫ້ແກ່ການເລືອກຕັ້ງທີ່ຈະດຳເນີນໃນວັນທີ 24 ທັນວາຈະມາເຖິງ.
ທູດ​ພິ​ເສດ ສ​ປ​ຊ ເດີນ​ທາງ​ໄປຍັງ ລີ​ບີ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ - ảnh 1ທ່ານ Jan Kubis ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຢູ່ ລີບີ (ພາບ: AFP/TTXVN)

ວັນທີ 19 ກຸມພາ, ທ່ານ Jan Kubis ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຢູ່ ລີບີ ໄດ້ເດີນທາງໄປຍັງ ລີບີ ແລະ ພົບປະກັບທ່ານ Khailifa Hifter ຜູ້ບັນຊາການທະຫານຢູ່ພາກຕາເວັນອອກ ເພື່ອຊຸກຍູ້ຄວາມມານະພະຍາຍາມສ້າງຄວາມສາມັກຄີກັບບັນດາຝ່າຍເປັນປໍລະປັກ ກ່ອນທີ່ຈະດຳເນີນການເລືອກຕັ້ງໃນເດືອນ ທັນວາ ຈະມາເຖິງ. ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງເລື່ອງທີ່ບັນດາຝ່າຍທັງໝົດຢູ່ ລີບີ ຕ້ອງໃຫ້ຄຳໝັ້ນສັນຍາ ແລະ ສ້າງເງື່ອນໄຂໃຫ້ແກ່ການເລືອກຕັ້ງທີ່ຈະດຳເນີນໃນວັນທີ 24 ທັນວາຈະມາເຖິງ.

        ນອກຈາກນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບແບບວິທີປະຕິບັດຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມເມື່ອປີ 2020, ກໍຄື ການຖອນກຳລັງ ແລະ ທະຫານຕ່າງປະເທດທັງໝົດ. ເລື່ອງເປີດເສັ້ນທາງແຄມຝັ່ງທະເລ ເຊິ່ງເປັນເສັ້ນທາງຫຼັກລຽບຕາມທະເລ ເມດີເຕລາເນ, ເຊື່ອມຈອດນະຄອນຫຼວງ Tripoli ກັບນະຄອນ Benghazi  ກໍແມ່ນເນື້ອໃນໄດ້ນຳມາປຶກສາຫາລືໃນການພົບປະຄັ້ງນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ