ທູດພິເສດ ອາຊຽນ ຈະໄປ ມຽນມາ ຄັ້ງທີ 2
ວັນໂດ້, ຟຸ່ງກຽນ - ນັກຂ່າວ VOV ປະຈຳ ກຳປູເຈຍ -  
(VOVWORLD) -ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຈະໄປປະຕິບັດງານເປັນຄັ້ງທີ 2 ຢູ່ ມຽນມາ ໃນລະຫວ່າງວັນທີ 29 ມິຖຸນາ ຫາວັນທີ 03 ກໍລະກົດ ຈະມາເຖິງ.
(ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ) |
ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການໃນວັນທີ 28 ມິຖຸນາ ໂດຍໃຫ້ຮູ້ວ່າ, ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ ຈະໄປປະຕິບັດງານເປັນຄັ້ງທີ 2 ຢູ່ ມຽນມາ ໃນລະຫວ່າງວັນທີ 29 ມິຖຸນາ ຫາວັນທີ 03 ກໍລະກົດ ຈະມາເຖິງ. ການໄປປະຕິບັດງານແມ່ນເພື່ອແນໃສ່ຕີລາຄາບາດກ້າວຂອງການປະຕິບັດຄວາມເຫັນດີເຫັມພ້ອມ 5 ຂໍ້ ແລະ ໝາກຜົນກອງປະຊຸມທາບທາມຄວາມເຫັນກ່ຽວກັບການຊ່ວຍເຫຼືອມະນຸດສະທຳຂອງ ອາຊຽນ ທີ່ສະຫງວນໃຫ້ ມຽນມາ ເຊິ່ງດຳເນີນໃນວັນທີ 06 ພຶດສະພາ ຜ່ານມາຢູ່ ພະນົມເປັນ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິວັດທະນາການເຈລະຈາດ້ານການເມືອງຢ່າງຄົບຊຸດ ຜ່ານການປຶກສາຫລືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ.
ກ່ອນໜ້ານັ້ນ, ວັນທີ 27 ມິຖຸນາ, ທ່ານທູດພິເສດ ອາຊຽນ Prak Sokhonn, ສະແດງຄວາມປາດຖະໜາວ່າ ອຳນາດການປົກຄອງດ້ານການທະຫານ ມຽນມາ ຈະສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ທ່ານນາງ Aung San Suu Kyi ໄດ້ກັບເຮືອນສ່ວນຕົວ, ບ່ອນທີ່ທ່ານນາງຖືກກັກຕົວທຳອິດ ດ້ວຍເຫດຜົນທາງສຸຂະພາບ, ກໍຄືຮັບປະກັນການປະຕິບັດກົດໝາຍຢ່າງມີຄວາມຍຸຕິທຳ ແລະ ຊອບທຳ.
ວັນໂດ້, ຟຸ່ງກຽນ - ນັກຂ່າວ VOV ປະຈຳ ກຳປູເຈຍ