ທູດພິເສດສປຊຍື່ນແຜນການແກ້ໄຂວິກິດການຊີຣີ

ທູດພິເສດສປຊຍື່ນແຜນການແກ້ໄຂວິກິດການຊີຣີ - ảnh 1
ທູດ​ພິ​ເສດສະຫະ​ປະຊາ​ຊາດກ່ຽວ​ກັບ​
ບັນຫາ​ຊີຣີ ທ່ານ Staffan de Mistura
. (ພາບ: AFP/TTXVN)

(vovworld) - ວັນ​ທີ 22/9, ທູດ​ພິ​ເສດສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ Staffan de Mistura ຖະ​ແຫຼ​ງວ່າ, ທ່ານ​ຈະ​ຍື່ນ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ຢູ່ ຊີຣີ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ລະຫວ່າງ​ຝ່າຍ​ຕ່າງໆ​ຢູ່ ຊີຣີ ​ໃນ​ຮອບ​ເຈລະຈາ​ຈະ​ມາ​ເຖິງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ກ່ຽວ​ກັບ ຊີຣີ, ທ່ານ Mistura ​ໃສ່​ໃຈ​ວ່າ, ບໍ່​ວ່າ​ແຜນການ​ໃດ​ກໍ່​ຕ້ອງ​ “ສຸມ​ໃສ່ຈຸດ​ສຸມ​ແມ່ນ​ການ​ປະ​ທະ​ກັນ​ຢູ່ ຊີຣີ ບໍ່​ອາດ​ແກ້​ໄຂ​ດ້ວຍ​ກຳລັງ​ການ​ທະຫານ, ​ພຽງ​ແຕ່​ຜ່ານ​ວິວັດ​ແຫ່ງ​ການ​ເຈລະຈາ​ດ້ານ​ການ​ເມືອງ ​ແລະ ​ເໝາະ​ສົມ​ກັບ​ມະຕິ 2254 ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ​ເທົ່າ​ນັ້ນ. ທ່ານ Mistura ກ່າວ​ຕື່ມ​ອີກ​ວ່າ, ​ໃນບັນດາ​ຮອບ​ເຈລະຈາ​​ກ່ອນ​ນີ້, ສປຊ ກໍ່​ຮັບ​ຮູ້​ໄດ້​ບັນດາ​ຈຸດ​ລວມລະຫວ່າງ​ພັກ​ຝ່າຍ​ຕ່າງໆ​ຢູ່ ຊີຣີ ກ່ຽວ​ກັບ​ວິວັດທະນາ​ການ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ ​ແລະ ອະນາຄົດ​ຂອງ ຊີຣີ.

​        ​ແລະ​ກໍ່​ໃນ​ວັນ​ທີ 22/9, ສປຊ ສືບ​ຕໍ່​ຂົນ​ສົ່ງ​ສິນຄ້າ​ມະນຸດສະທຳ​ຫຼາຍ​ຖ້ຽວ​ເຖິງ ຊີຣີ, ພາຍຫຼັງ​ເກີດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ຂະ​ບວນລົດກູ້​ຊ່ວຍ​ທີ່​ໃກ້​ກັບ​ນະຄອນ Aleppo ​ເຊິ່ງເຮັດ​ໃຫ້​ພາລະ​ກອນ​ຂອງ​ອົງການ​ກາ​ແດງ​ສາກົນ 1 ຄົນ ​ແລະ ສາມັນ​ຊົນ​ຫຼາຍ​ຄົນ​ເສຍ​ຊີວິດ ​ເປັນ​ເວລາ 3 ວັນ.

 

ຂ່າວ/ບົດ​ອື່ນ