ທິມ Robocon ຂອງຍີ່ປຸ່ນ ຍາດໄດ້ສະຖິຕິ
(ພາບ: TTXVN)
(vovworld) - ການແຂ່ງຂັ້ນປະດິດສ້າງ Robot ອາຊີ - ປາຊີຝີກ ຄັ້ງທີ 12 (ABU Robocon 2013) ໄດ້ເຕົ້າໂຮມ 19 ທິມປະດິດສ້າງ Robot ທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນໃນພາກພື້ນ. ຜົນມີຢູ່ວ່າ: ທິມ Robocon ຂອງຍີ່ປຸ່ນ ຍາດໄດ້ສະຖິຕິ, ສ່ວນລາງວັນທີ 2 ໃຫ້ແກ່ທິມຫວຽດນາມ 1 ແລະ ລາງວັນທີ 3 ແມ່ນທິມອີນໂດເນຊີອາ ແລະ ຫວຽດນາມ 2. ກ່າວຄຳເຫັນທີ່ພິທີອັດ ໃນຕອນບ່າຍວັນທີ 18 ສິງຫາ ຢູ່ນະຄອນດານັ້ງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ ເລື່ອງນັກສຶກສາຄົ້ນຄວ່າ, ປະລິດສ້າງ Robot ແມ່ນການເຄື່ອນໄຫວປະຕິບັດຕົວຈິງ ແລະ ແຂ່ງຂັນຢ່າງມີປະສິດທິຜົນ ເພື່ອສ່ົງເສີມລຸ້ນໜຸ່ມຢູ່ແຕ່ລະປະເທດຄົ້ນຄວ້າປະດິດສ້າງວິທະຍາສາດ. ຍາມໃດ ລັດຖະບານຫວຽດນາມກໍເອົາໃຈໃສ່, ສະຫງວນບຸລິມະສິດທີ່ເໝາະສົມໃຫ້ແກ່ການພັດທະນາການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ. ຫວຽດນາມ ໄດ້ວາງຈຸດໝາຍຮອດປີ 2020 ວິທະຍາສາດ ແລະ ເຕັກໂນໂລຊີ ບັນລຸໄດ້ລະດັບພັດທະນາຂອງກຸ່ມບັນດາປະເທດນຳໜ້າໃນອາຊຽນ.