(VOVWORLD) - ທິມກິລາບານເຕະຍິງ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍເປົ້າໝາຍລອດເຂົ້າການແຂ່ງຂັນຮອບ 4 ທິມ.
(ທິມນັກກິລາບານເຕະຍິງ ຫວຽດນາມ) |
ຕອນເຊົ້າວັນທີ 19 ກັນຍາ, ທິມນັກກິລາບານເຕະຍິງ ຫວຽດນາມ ໄດ້ ເດີນທາງໄປປະເທດ ຈີນ ເພື່ອເຂົ້າຮ່ວມງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 19). ກ່ອນໜ້ານັ້ນ, ວັນທີ 18 ກັນຍາ, ຄູຝຶກ ມາຍດຶກຈຸງ ໄດ້ປະກາດບັນຊີລາຍຊື່ 22 ນັກບານເຕະທີ່ເຂົ້າຮ່ວມການແຂ່ງຂັນຢ່າງເປັນທາງການ. ທິມກິລາບານເຕະຍິງ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍເປົ້າໝາຍລອດເຂົ້າການແຂ່ງຂັນຮອບ 4 ທິມ. ຜົນງານດີທີ່ສຸດຂອງທິມນັກກິລາບານເຕະຍິງ ຫວຽດນາມ ໃນການແຂ່ງຂັນຢູ່ ASIAD ແມ່ນລອດເຂົ້າການແຂ່ງຂັນຮອບ 4 ທິມໃນປີ 2014.