ທົ່ວ​ໂລກ​ມີ​ຜູ້​ຕ​ິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 166,5 ລ້ານ​ຄົນ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 22 ພຶດສະພາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 166,5 ລ້ານຄົນ, ໃນນັ້ນ ມີ 3,4 ລ້ານຄົນເສຍຊີວິດ. 

ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດກວ່າ 602.000 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນເກືອບ 34 ລ້ານຄົນ. ປັດຈຸບັນ, ອິນເດຍ ຍັງແມ່ນປະເທດຢືນອັນດັບທີ 2 ຖັດຈາກ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ ກວ່າ 26,2 ລ້ານຄົນ ແລະ ເກືອບ 300.000 ຄົນ ເສຍຊີວິດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ປັດຈຸບັນຢູ່ ອິນເດຍ ພວມຕ້ອງປະເຊີນໜ້າກັບສະພາບການຈຳນວນຄົນເຈັບຕິດເຊື້ອໂຄວິດ - 19 ທີ່ຕິດເຊື້ອໄວຣັດ mucormycosis ພວມເພີ່ມຂຶ້ນ.

        ໃນຂະນະນັ້ນ, ບຣາຊິນ - ເຊິ່ງເປັນປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດຫຼາຍອັນດັບທີ 3 ໃນໂລກ ກໍກວດພົບກໍລະນີທຳອິດທີ່ຕິດເຊື້ອໄວຣັດສາຍພັນໃໝ່ຂອງໄວຣັດ SARS – CoV – 2  ຢູ່ ອິນເດຍ ແລ້ວ.

        ສ່ວນຢູ່ ຫວຽດນາມ, ກະຊວງສາທາລະສະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 6 ໂມງຂອງວັນທີ 22 ພຶດສະພາ ຫາເວລາ 12 ໂມງຂອງວັນທີ 22 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ 52 ກໍລະນີ. ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 22 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 5.013 ກໍລະນີ, ໃນນັ້ນ ມີ 2.689 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ 41 ກໍລະນີເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ