ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຫຼາຍກວ່າ 131,8 ລ້ານ​ຄົນ

(VOVWORLD) -   ໄລ່ຮອດຕອນເຊົ້າ ວັນທີ 5 ເມສາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 131,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,86 ຄົນ ເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຫຼາຍກວ່າ 131,8 ລ້ານ​ຄົນ - ảnh 1ການເອົາຕົວຢາງກວດຫາເຊື້ອໄວຣັດ ຢູ່ Tel Aviv, ອິດສະຣາແອັນ (ພາບ: THX/TTXVN)

        ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 31,4 ລ້ານຄົນ ແລະ ມີ 568.700 ຄົນ ເສຍຊີວິດ. ສະເພາະໃນມື້ວານນີ້, ອາເມລິກາ ໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກເກືອບ 29.000 ຄົນ.

        ຢູ່ ບຣາຊິນ  - ເຊິ່ງເປັນຈຸດໃຈກາງລະບາດທີ 2 ຂອງ ໂລກ ໄດ້ຢັ້ງຢືນວ່າ ໃນວັນທີ 4 ເມສາ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 31.300 ຄົນ. ສ່ວນຢູ່ ອິນເດຍ, ໃນ 24 ຊົ່ວໂມງຜ່ານມາ ອິນເດຍໄດ້ລາຍງານວ່າມີຜູ້ຕິດເຊື້ອໃໝ່ ເກືອບ 103.800 ຄົນຕື່ມອີກ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ລວມທັງໝົດກວ່າ 12,5 ລ້ານຄົນ, ໃນນັ້ນ ມີກວ່າ 165.100 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ