ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລວມ​ທັງ​ໝົດ 129 ລ້ານ​ຄົນ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 1 ເມສາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 129 ລ້ານຄົນ, ໃນນັ້ນ ມີ 2,8 ລ້ານຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ.

 ດ້ວຍຈຳນວນຜູ້ຕິດເຊື້ອ 31,10 ລ້ານຄົນ ແລະ ຈຳນວນຜູ້ເສຍຊີວິດແມ່ນ 564.752 ຄົນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດ, ຖັດຈາກ ອາເມລິກາ ແມ່ນ ບຣາຊິນ ແລະ ອິນເດຍ.

        ຢູ່ ເອີຣົບ, ຮຸງກາຣີ ແລະ ຢູແກຼນ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ພາຍໃນວັນສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໃນຂະນະນັ້ນ, ບຸນກາຣີ ກໍຢັ້ງຢືນມີຈຳນວນຜູ້ຕິດເຊື້ອລາຍໃໝ່ສູງທີ່ສຸດ ໂດຍບໍ່ເຄີຍມີມາກ່ອນ, ພາຍໃນໜຶ່ງວັນມີ 5.176 ກໍລະນີຕິດເຊື້ອ.

        ຢູ່ ອາຊີ, ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ຢັ້ງຢືນມີກໍລະນີຕິດເຊື້ອລາຍໃໝ່ ແລະ ກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກຫຼາຍກໍລະນີ.

        ຕອນຄ່ຳວັນທີ 31 ມີນາ, ກະຊວງສາທາລະນະສຸກ ກຳປູເຈຍ ກໍໄດ້ປະກາດກໍລະນີຕິດເຊື້ອພະຍາດໂຄວິດ - 19 ທີ່ມີອາຍຸຕ່ຳສຸດ ເສຍຊີວິດໃນຕອນບ່າຍຂອງວັນດຽວກັນ. ນີ້ແມ່ນກໍລະນີທີ 13 ຂອງ ກຳປູເຈຍ ທີ່ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ. ໄລ່ຮອດວັນທີ 31 ມີນາ, ກຳປູເຈຍ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 2.441 ກໍລະນີ. 

ຕອບກັບ

ຂ່າວ/ບົດ​ອື່ນ