ທ້ອງຖິ່ນຕ່າງໆຈັດງານບຸນສື່ສິ່ງພິມປີສະຫຼູຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ວັນທີ 04 ກຸມພາ, ຢູ່ ເກີນເທີ, ຊອັກຈັງ, ນິງທ້ວນ ໄດ້ຈັດງານບຸນສື່ສິ່ງພິມລະດູບານໃໝ່ປີສະຫຼູ 2021.
ທ້ອງຖິ່ນຕ່າງໆຈັດງານບຸນສື່ສິ່ງພິມປີສະຫຼູຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ງານບຸນສື່ສິ່ງພິມລະດູບານໃໝ່ ຢູ່ ເກີນເທີ
(ພາບ: TTXVN)

ຢູ່ ເກີນເທີ, ງານບຸນສື່ສິ່ງພິມລະດູບານໃໝ່ ໄດ້ສະໜອງໃຫ້ຜູ້ອ່ານໜັງສືພິມຫຼາຍສະບັບ ທີ່ສ່ອງແສງສະພາບການຂອງປະເທດຊາດ ແລະ ໂລກໃນປີຜ່ານມາ. ພິເສດແມ່ນບັນດາຜົນງານຂອງຫວຽດນາມ ໃນພາລະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ກຳນົດທິດຫາງສຽງສັງຄົມ, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຈົ່ງສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ການນຳພາຂອງພັກ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ຢູ່ ຊອັກຈັງ, ງານບຸນສື່ສິ່ງພິມລະດູບານໃໝ່ປີສະຫຼູ 2021 ດຳເນີນໄປຢູ່ຫໍສະໜຸດລວມຂອງແຂວງ ນັບແຕ່ວັນທີ 04 ຫາວັນທີ 09 ກຸມພາ. ນອກຈາກປື້ມ, ໜັງສືພິມ, ວາລະສານຂອງບັນດາອົງການສຳນັກງານ, ສື່ມວນຊົນຢູ່ພາຍໃນປະເທດແລ້ວ, ຄະນະຈັດຕັ້ງຍັງວາງສະແດງພາບຖ່າຍ, ພາບຖ່າຍສິລະປະເກືອບ 100 ແຜ່ນ ທີ່ສ່ອງແສງຕາມຫົວເລື່ອງຄື: ບ້ານເກີດເມືອງນອນ ຊອັກຈັງ ປ່ຽນແປງໃໝ່; ປະເທດຊາດ - ຊາວ ຊອັກຈັງ… ໄດ້ເປັນການປະກອບສ່ວນຮັບໃຊ້ຄວາມຕ້ອງການຮັບຊົມທາງດ້ານວັດທະນະທຳໃຫ້ແກ່ປະຊາຊົນໃນຊຸມວັນບຸນເຕັດ.

        ງານບຸນສື່ສິ່ງພິມລະດູບານໃໝ່ປີສະຫຼູ 2021 ຢູ່ ນິງທ້ວນ ດຳເນີນໃນແຕ່ວັນທີ 04 ຫາວັນທີ 06 ກຸມພາ, ໂດຍມີການເຂົ້າຮ່ວມຂອງບັນດາອົງການສື່ມວນຊົນພາຍໃນແຂວງ ແລະ ຕາງໜ້າໃຫ້ບັນດາອົງການສື່ມວນຊົນສູນກາງ ປະຈຳໃນບໍລິເວນແຂວງ. ງານບຸນສື່ສິ່ງພິມລະດູບານໃໝ່ປີນີ້ ມີໜັງສືພິມ, ວາລະສານນັບຮ້ອຍສະບັບຂອງຫຼາຍອົງການສື່ມວນຊົນຢູ່ບັນດາແຂວງ, ນະຄອນສູນກາງ ກໍ່ໄດ້ນຳມາວາງສະແດງຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ