ທ່ອງທ່ຽວບັນດາປະເທດອາຊຽນຈະເພີ່ມຂຶ້ນ 6% ໃນປີ 2012

ທ່ອງທ່ຽວບັນດາປະເທດອາຊຽນຈະເພີ່ມຂຶ້ນ 6% ໃນປີ 2012 - ảnh 1
ອົງການ​ທ່ອງ​ທ່ຽວ​ສາກົນ ສະຫະ​ປະຊາ​ຊາດ (UNWTO) ຄາດ​ຄະ​ເນ​ວ່າ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຂະ​ແໜງ​ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ອາດ​ຈະ​ເຕີບ​ໂຕ​ໃນ​ລະດັບ​ 6%/ປີ ນຳ​ອາ​ຊຽນກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ພັດທະນາ​ການທ່ອງທ່ຽວ​ໄວ​ທີ່​ສຸດ​ ຢູ່​ໃນ​ໂລກ​ໃນ 20 ປີ​ຈະ​ມາ​ເຖິງ. ຕາມ ທ່ານ Taleb Rifai ​ເລຂາທິການ​ໃຫຍ່ UNWTO ​ແລ້ວ, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ ອາ​ຊຽນ ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ ​ແລະ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ​ຢູ່​ໃນ ​ໂລກ. ທ່ານ​ຖື​ວ່າ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ເຊື່ອມ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ​ແຫຼ່ງກຳລັງ​ນຳ​ກັນ ຈະ​ຊ່ວຍ​ໃຫ້​ພາກ​ພື້ນ​ນີ້​ພັດທະນາ​ຢ່າງ​​ແຮງ. ​ແຕ່​ເພື່ອ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ປີ 2015, ກ່ອນ​ອື່ນ​ໝົດ​ບັນດາ​ປະ​ເທດ​ອາ​ຊຽນຕ້ອງ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ສູງ ກ່ຽວ​ກັບ​ການ​ກຳນົດ​ວີ​ຊາ, ການ​ເຊື່ອມ​ຕໍ່​ສາຍ​ການບິນ ​ແລະ​ຮາກ​ຖານ​ການທ່ອງທ່ຽວ.
ຂ່າວ/ບົດ​ອື່ນ