ທ່ອງທ່ຽວມາຈາກຈີນ 1.400 ຄົນໄດ້ຜ່ານດ່ານຊາຍ ແດນສາກົນລ່າວກາຍ

ຂະ​ແຫນງ​ທ່ອງ​ທ່ຽວ ຫວຽດນາມ ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕ້ອນຮັບ​ບັນດາ​ນັກ​ທ່ອງ​ທ່ຽວ​ສາກົນ​ທຳ​ອິດ​ມາ​ທ່ອງ​ທ່ຽວ​ໃນ​ຕົ້ນປີ​ໃຫມ່. ວັນ​ທີ 23/1 ​ຄື​ວັນ​ທີ 1 ຂອງ​ບຸນ​ເຕັດ ມີ​ນັກ​ທ່ອງ​ທ່ຽວ​ມາ​ຈາກຈີນ 1.400 ຄົນ​ໄດ້​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ ລ່າວ​ກາຍ ​ເຂົ້າ​ຫວຽດນາມ ​ເພື່ອ​ໄປ​ຢ້ຽມຢາມ​ອ່າວ​ຮ້າ​ລອງ ​ແລະ ບັນດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຢູ່​ທາງ​ພາກ​ໃຕ້​ຫວຽດນາມ. ນີ້​ແມ່ນ​ສັນຍານ​ທີ່​ດີ​ເພື່ອ​ໃຫ້​ແຂວງ ລ່າວ​ກາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 1 ລ້ານ​ເທ່ືອ​ຄົນ​ໃນ​ປີ 2012. ທ່ານ ​ເລ​​ແອນ​ດ້າຍ ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ ບີ່​ງມີງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ກຳລັງ​ຜູ້ນຳ​ທ່ຽວ, ບັນດາ​ບໍລິການ​ຢ່າງ​ຄົບ​ຖ້ວນ. ທາງ​ບໍລິສັດ​ພວກ​ຂ້າພະ​ເຈົ້າຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ​ແຕ່ 300 - 500 ຄົນ ນຳ​ໃຊ້​ຫນັງສື​ອອກ​ເຂົ້າ​ເມືອງ ​ແລະ ມີ​ສາມຮູບ​ການ.​ ທີ​ຫນຶ່ງ​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ອ່າວ​ຮ້າ​ລອງ ດ້ວຍ​ທາງ​ລົດ​ໄຟ, ທີ​ສອງ ​ຕາມ​ລາຍການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ຮ້າ​ລອງ - ນີງບີ່​ງ ດ້ວຍ​ລົດ​ໂອ​ໂຕ ​ແລະ ຮູບ​ການ​ທີ​ສາມ ນັກ​ທ່ອງ​ທ່ຽວ​ຈີນ ​ເຂົາ​ເຈົ້າ​ຂັບ​ລົດ​ເອງ.”

​ໃນ​ວັນ​ດຽວ​ກັນ, ມີ​ນັກ​ທ່ອງ​ທ່ຽວ 250 ​ເທື່ອ​ຄົນ ຈາກ​ລັດ​ເຊຍ ​​ໃນ​ສອງ​ຖ້ຽວ​ບິນ​ສາກົນ ​ໄດ້​ຈອດ​ລົງ​ສະຫ​ນາມ​ບິນ​ສາກົນ ກາງ​ແຮງ ​ແຂວງ ​ແຄງ​ຮ່ວາ ຕໍ່ຫນ້າ​ການ​ຕ້ອນຮັບ​ຢ່າງ​ສະຫນິດສະຫນົມ​ຂອງ​ການ​ນຳ​ທ້ອງ​ຖິ່ນ. ”

ຂ່າວ/ບົດ​ອື່ນ