ທ່ອງທ່ຽວຫວຽດນາມເປັນເຈົ້າການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ


    ທ່ອງທ່ຽວຫວຽດນາມເປັນເຈົ້າການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ - ảnh 1
(ພາບ​ປະ​ກອບ)

(vovworld)-   ດ້ວຍ​ເລື່ອງປະ​ຊາ​ຄົມ​ອາ​ຊຽນ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄດ້​ກະ​ກຽມ​ຄວາມ​ພ້ອມ​ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ ກໍ​ຄື​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້ງ​ທີ່​ຮ້າຍ​ແຮງ, ແຕ່​ກໍ​ມີ​ໂອ​ກາດ​ທີ່​ດີ​ເພື່ອ​ຮ່ວມ​ມື​ພັດ​ທະ​ນາ.

    ທ່າ​ນນາງ ໂງ​ຮ່​ວາຍ​ຈຸງ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດ​ນາມ​ໃຫ້​ຮູ້​ວ່າ : ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດ​ນາມພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ ITB ເອ​ເຊຍ ແນ​ໃສ່​ແນະ​ນຳ​ນະ​ໂຍ​ບາຍ​ທ່ອງ​ທ່ຽວ​ໃໝ່​ຂອງຫວຽດ​ນາມ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ