ການປະຊຸມຂ່າວປະກາດບົດລາຍງານແງ່ຫວັງພັດທະນາຂອງ ອາຊີ ປີ 2012
ພາບ:dantri.com.vn
|
(vovworld) - ທະນາຄານພັດທະນາ ອາຊີ (ADB) ສະຫນັບສະຫນູນບັນດາແຜນການປະຕິຮູບດ້ານການເງິນ, ລັດວິສາຫະກິດຂອງ ຫວຽດນາມ ແລະ ຕີລາຄາສູງບັນດາບາດກ້າວສຳຄັນຊື່ງໄດ້ຮັບການປະຕິບັດໃນໄລຍະຜ່ານມາ. ນີ້ແມ່ນເນື້ອໃນໂດຍແມ່ນທະນາຄານ ADB ຍົກອອກທີ່ການປະຊຸມຂ່າວປະກາດບົດລາຍງານແງ່ຫວັງພັດທະນາຂອງ ອາຊີ ປີ 2012 ຊື່ງດຳເນີນໃນຕອນເຊົ້າວັນທີ 3/10 ຢູ່ ຮ່າໂນ້ຍ. ບົດລາຍງານແງ່ຫວັງພັດທະນາ ອາຊີ 2012 ໄດ້ຮັບຮູ້ວ່າ: ການຈະເລີນເຕີບໂຕຂອງ ຫວຽດນາມໃນປີນີ້ແມ່ນຢູ່ໃນລະດັບ 5,1% ແລະ ປີ 2013 ແມ່ນ 5, 7%. ໄພເງິນເຟີ້ໄດ້ຮັບການຄາດຄະເນຢູ່ ລະດັບ 7% ໃນທ້າຍປີ 2012, ນຳອັດຕາສ່ວນສະເລ່ຍຂອງທັງປີຂຶ້ນເຖິງ 9,1 % ແມ່ນຕຳ່ກວ່າຫລາຍເມື່ອທຽບກັບການຄາດຄະເນກ່ອນນີ້. ທະນາຄານ ADB ຖືວ່າ ແງ່ຫວັງການຈະເລີນເຕີບໂຕເສດຖະກິດຂອງ ຫວຽດນາມ ແມ່ນອີງໃສ່ຄວາມສ່ຽງໃນຂົງເຂດການເງິນ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Tomoyuki Kimura ຜູ້ອຳນວຍການແຫ່ງຊາດ ທະນາຄານ ADB ປະຈຳ ຫວຽດນາມ ຖືວ່າ: ລະດັບຈະເລີນເຕີບໂຕເສດຖະກິດຂອງ ຫວຽດນາມ ອາດຈະຖືກຜົນສະທ້ອນຈາກລະດັບຄວາມໄວການແກ້ໄຂບັນດາບັນຫາໃນຂົງເຂດການເງິນ. ສະນັ້ນ ຫວຽດນາມ ຄວນຫລີກລ້ຽງທ່າອ່ຽງປະຕິບັດບັນດານະໂຍບາຍກົງກັນຂ້າມຄືດັ່ງເກີດຂຶ້ນໃນປະຫວັດສາດ, ພິເສດຕ້ອງຮັກສາການປະຕິຮູບໂຄງປະກອບພື້ນຖານເສດຖະກິດເປັນຈຸດສຸມ.