ທະນາຄານພັດທະນາອາຊີ ກຽມພ້ອມໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19
(VOVWORLD) - ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນມີມູນຄ່່າ 6,5 ຕື້ USD ເພື່ອຕອບສະໜອງຄວາມຕ້ອງການໃນຕໍ່ໜ້າຂອງບັນດາປະເທດສະມາຊິກ, ໃນນັ້ນມີຫວຽດນາມ ແນໃສ່ຮັບມືກັບໂລກລະບາດໂຄວິດ - 19 ແລະ ຈະສະໜອງບ້ວງເງິນໜູນຊ່ວຍເພີ່ມເຕີມເມື່ອມີຄວາມຈໍາເປັນ.
ທ່ານ Masatsugu Asakawa, ປະທານທະນາຄານພັດທະນາ ອາຊີ ຢັ້ງຢືນວ່າ: ທະນາຄານພັດທະນາອາຊີ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ພວກຂ້າພະເຈົ້າຈະຄິດໄລ່ຊັ່ງຊາບັນດາມາດຕະການທັງໝົດ ເພື່ອຮັບປະກັນວ່າ ທຸກບ້ວງເງິນໜູນຊ່ວຍຈະໄດ້ຮັບການໃຫ້ສັດຕະຍາບັນໂດຍໄວ ແລະ ໄດ້ປ່ອຍເງິນຢ່າງທັນເວລາ.
ໂດຍຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມ ໄດ້ມີບັນດາການກະທໍາທີ່ທັນການ ແລະ ມີປະສິດທິຜົນ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານ Masatsugu Asakawa ປະທານທະນາຄານພັດທະນາອາຊີ ຊົມເຊີຍເລື່ອງລັດຖະບານຫວຽດນາມ ມີຄວາມເອົາໃຈໃສ່ການຮັກສາສະພາບເສດຖະກິດ ແລະ ການເຕີບໂຕເປັນປົກກະຕິໃນໄລຍະກາງ ແລະ ໄລຍະຍາວ, ລວມທັງຜ່ານການຮັບຮອງເອົາການເປີດກວ້າງການລົງທຶນພາກລັດ ແລະ ເພີ່ມບັນດາຕາໜ່າງຮັບປະກັນຊີວິດສັງຄົມໃຫ້ແກ່ບັນດາຄອບຄົວທຸກຍາກ ທີ່ມີຄວາມສ່ຽງສູງ.