ທະນາຄານແຫ່ງລັດຫວຽດນາມ-ລາວຍູ້ແຮງການຮ່ວມມື2ຝ່າຍ
ມີ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ກອງປະຊຸມ 2 ຝ່າຍລະຫວ່າງທະນາຄານແຫ່ງລັດຫວຽດນາມ
ແລະ ທະນາຄານແຫ່ງສປປ.ລາວ)
(vovworld) - ຕອນເຊົ້າວັນທີ 15/02, ຢູ່ແຂວງ ຫຼວງພະບາງ, ປະເທດລາວ, ໄດ້ດຳເນີນກອງປະຊຸມ 2 ຝ່າຍລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານແຫ່ງສປປ.ລາວ. ເມື່ອຕີລາຄາໝາກຜົນແຫ່ງການຮ່ວມມື, 2 ຝ່າຍມີຄວາມເປີກບ່ານມ່ວນຊື່ນເມື່ອເຫັນວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງທະນາຄານສູນກາງ 2 ແຫ່ງ ແລະ ລະບົບທະນາຄານ 2 ປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແທດຈິງ. ສິ້ນສຸດກອງປະຊຸມ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມິງຮືງ ແລະ ຜູ້ວ່າການທະນາຄານແຫ່ງສປປ.ລາວ ສົມພາວ ໄຟສິດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານແຫ່ງສປປ.ລາວ.
ມີ້ບິ່ງ, ນັກຂ່າວ VOV ປະຈຳລາວ