ທະນາຄານໂລກ(WB)ເພີ່ມເງິນອຸປະຖໍາໃຫ້​ແກ່ບັນ​ດາ​ປະ​ເທດ​ທຸກ​ຍາກ​ທີ່​ສຸດ

(VOVWORLD) -ບ້ວງເງິນໜູນຊ່ວຍໃຫ້ແກ່ບັນດາປະເທດທຸກຍາກທີ່ສຸດນີ້ ລວມມີ 23,3 ຕື້ USD ໂດຍແມ່ນ 48 ປະເທດ ທີ່ມີລາຍຮັບສູງ ແລະ ປານກາງປະກອບສ່ວນ, ພ້ອມກັບແຫຼ່ງທຶນທີ່ລະດົມໄດ້ຈາກຕະຫຼາດ ແລະ ການປະກອບສ່ວນຂອງທະນາຄານໂລກ.
ທະນາຄານໂລກ(WB)ເພີ່ມເງິນອຸປະຖໍາໃຫ້​ແກ່ບັນ​ດາ​ປະ​ເທດ​ທຸກ​ຍາກ​ທີ່​ສຸດ - ảnh 1(ພາບປະກອບ: TTXVN)

ໃນວັນທີ 15 ທັນວາ ທະນາຄານໂລກແຈ້ງໃຫ້ຊາບວ່າ ໄດ້ເພີ່ມເງິນສົດ 93 ຕື້ USD ເຕີ່ມອີກ ໃຫ້ແກ່ສະຫະສະມາຄົມພັດທະນາສາກົນ(IDA) ເພື່ອແນ່ໃສ່ເພີ່ມທະວີການໜູນຊ່ວຍຟື້ນຟູໂລກລະບາດ ໂຄວິດ-19 ແລະ ບັນດາລາຍການຕ່າງໆ. ນີ້ແມ່ນບ້ວງເງິນເພີ່ມເຕີມຫຼາຍທີ່ສຸດໃຫ້ແກ່ ສະຫະສະມາຄົມພັດທະນາສາກົນ -  ເຊີ່ງແມ່ນທຶນຊ່ວຍເຫຼືອໃຫ້ 74 ປະເທດ ສ່ວນຫຼາຍແມ່ນຢູ່ ອາຟຣິກກາ.

        ຕາມທະນາຄານໂລກ, ບ້ວງເງິນໜູນຊ່ວຍນີ້ ລວມມີ 23,3 ຕື້ USD ໂດຍແມ່ນ 48 ປະເທດ ທີ່ມີລາຍຮັບສູງ ແລະ ປານກາງປະກອບສ່ວນ, ພ້ອມກັບແຫຼ່ງທຶນທີ່ລະດົມໄດ້ຈາກຕະຫຼາດ ແລະ ການປະກອບສ່ວນຂອງທະນາຄານໂລກ. ໃນຖະແຫຼງການໜຶ່ງ, ປະທານທະນາຄານໂລກ Devid Malpass ຖືນີ້ເປັນບາດກ້າວເດີນສຳຄັນແນໃສ່ຊ່ວຍບັນດາປະເທດທຸກຍາກຟື້ນຟູພາຍຫຼັງວິກິດການຈາກໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ