ທ່ານ Jim Yong Kim
(ພາບ: reuters)
|
(vovworld) – ວັນທີ 27/9, ຄະນະການນຳທະນາຄານໂລກ (WB) ມີສຳນັກງານຕັ້ງຢູ່ ວໍຊິງຕັນ ດີຊີ, ອາເມລິກາ ໄດ້ເປັນເອກະພາບກັນແຕ່ງຕັ້ງທ່ານ Jim Yong Kim ເປັນປະທານ WB ອາຍຸການທີ 2. ທ່ານ Jim Yong Kim ແມ່ນຜູ້ສະໝັກຮັບເລືອກຕັ້ງຄົນໜຶ່ງດຽວໃນການແຕ່ງຕັ້ງຄັ້ງນີ້, ໃນຂະນະທີ່ບັນດາພະນັກງານ WB ແລະ ບັນດາຜູ້ຂົນຂວາຍໄດ້ຕຳນິຕິຕຽນແມ່ນຂາດຄວາມກະຈ່າງແຈ້ງ ແລະ ຖືກ ອາເມລິກາ ຄອບງຳ. ໃນແຈ້ງການກ່ຽວກັບຄຳຕັດສິນຂອງຕົນ, ຄະນະຜູ້ອຳນວຍການ WB ໄດ້ສະແດງການສະໜັບສະໜູນຢ່າງແຮງສຳລັບບັນດາຜົນງານຂອງທ່ານ Jim Yong Kim, ໃນນັ້ນມີຄາດໝາຍວາງອອກຮອດປີ 2030 ຈະລົບລ້າງສະພາບອຶດຫິວ, ທຸກຍາກທີ່ຮ້າຍແຮງໃນໂລກ ແລະ ຈັດຕັ້ງວຽກງານພາຍໃນຄືນໃໝ່ເພື່ອຍົກສູງປະສິດທິຜົນການປະສານງານ.
ທ່ານ Jim Yong Kim ເກີດປີ 1959, ແມ່ນຊາວ ອາເມລິກາ ເຊື້ອຊາດ ສ ເກົາຫຼີ. ເດືອນ 4/2012, ທ່ານ Jim Yong Kim ໄດ້ຮັບແຕ່ງຕັ້ງເປັນປະທານ WB ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ Barack Obama, ຜ່ານນັ້ນກາຍເປັນຜູ້ທີ່ມີເຊື້ອຊາດ ອາຊີ ຄົນທຳອິດໄດ້ດຳລົງຕຳແໜ່ງນີ້.