(ພາບປະກອບ)
(vovworld) - ທະນາຄານໂລກຫາກໍໃຫ້ອະນຸມັດຜ່ານ 2 ບ້ວງສິນເຊື່ອລວມມູນຄ່າ 315 ລ້ານໂດລາສະຫະລັດ ເພື່ອແນໃສ່ໜູນຊ່ວຍແຜນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ແລະ ປ່ຽນໃໝ່ໂຄງການການສຶກສາຊັ້ນມັດທະຍົມຂອງ ຫວຽດນາມ. ທ່ານ Chris Jackson ນັກຊ່ຽວຊານພັດທະນາຊົນນະບົດຂອງທະນາຄານໂລກ, ຫົວໜ້າກຸ່ມໂຄງການໃຫ້ຮູ້ວ່າ: ໂຄງການຈະໜູນຊ່ວຍບັນດາຄວາມມານະພະຍາຍາມຂອງລັດຖະບານໃນການປ່ຽນໃໝ່ຂະແໜງກະສິກຳ, ເປັນຕົ້ນແມ່ນເຂົ້າສານ ແລະ ກາເຟ. ຫວຽດນາມ ເປັນປະເທດສົ່ງອອກເຂົ້າສານ ແລະ ກາເຟອັນດັບໜຶ່ງ ໃນທົ່ວໂລກ. ເພື່ອພັດທະນາແບບຍືນຍົງ, ຕ້ອງມີການຫັນປ່ຽນສຳລັບວິທີການຜະລິດ ແລະ ແບບແຜນການຈັດຕັ້ງລະບົບສະໜອງ, ຜ່ານນັ້ນຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຄອບຄົວຊາວກະສິກອນຜະລິດຂະໜາດນ້ອຍ ແລະ ນັ້ນກໍແມ່ນຈຸດປະສົງຕົ້ນຕໍ່ຂອງໂຄງການນີ້.
ບ້ວງສິນເຊື່ອມີມູນຄ່າ 77 ລ້ານໂດລາສະຫະລັດ ຈະໜູນຊ່ວຍໂຄງການປ່ຽນໃໝ່ການສຶກສາຊັ້ນມັດທະຍົມ, ນັ້ນແມ່ນໜູນຊ່ວຍຍົກສູງໝາກຜົນການຮຳ່ຮຽນຜ່ານການໜູນຊ່ວຍປ່ຽນໃໝ່ ແລະ ຜັນຂະຫຍາຍໂຄງການສຶກສາຊັ້ນມັດທະຍົມ.