​ທະວີຄູນຂໍ້ລິເລີ່ມຂຽວເພື່ອປົວແປງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ


​ທະວີຄູນຂໍ້ລິເລີ່ມຂຽວເພື່ອປົວແປງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ - ảnh 1
ຮູບ​ແບບ​ການ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ

(vovworld)- ວັນ​ທີ 1/9, ຢູ່​ຮ່າ​ໂນ້ຍ, ອົງ​ການ ສ.ປ.ຊ ເພື່ອ​ການ​ພັດ​ທະ​ນາ ປະ​ຈຳ​ຫວຽດ​ນ​າມ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ - ງານ​ວາງ​ສະ​ແດງ​ຂໍ້​ລິ​ເລີ່ມ​ຂຽວ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 15 ຂໍ້​ລິ​ເລີ່ມ​ເປັນ​ຕົວ​ແບບ, ປະ​ກອບ​ສ່ວນ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ - ງານ​ວາງ​ສະ​ແດງ​ຂໍ້​ລິ​ເລີ່ມ​ຂຽວ, ທ່ານ ຮາວ​ລາງ​ຊູ ຜູ້​ອຳ​ນວຍ​ການ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຝິກ​ຂອງ ອົງ​ການ ສ.ປ.ຊ ເພື່ອ​ການ​ພັດ​ທະ​ນາ ເນັ້ນ​ໜັກ​ວ່າ ວົງ​ຄະ​ນະ​ຍາດ ກໍ​ແມ່ນ​ບັນ​ດາ​ຜູ້​ທຳ​ອິດ​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາ​ກາດ, ແຕ່​ເຂົາ​ເຈົ້າ​ພັດ​ແມ່ນ​ຜູ້ບໍ່​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາ​ກາດ. ເພາະ​ສະ​ນັ້ນ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຊາດ​ດ້ວຍ​ການ​ຮ່ວມ​ມື​ຂອງວົງ​ຄະ​ນະ​ຍາດສາ​ກົນ ແນໃສ່ບັນ​ລຸ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ນີ້ ຄວນ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ດ້ວຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ທ້ອງ​ຖິ່ນ.
ຂ່າວ/ບົດ​ອື່ນ