ທະວີຄູນແບບຢ່າງທີ່ກ້າວໜ້າໃນຂະບວນການແຂ່ງຂັນຕ່າງໆ

ທະວີຄູນແບບຢ່າງທີ່ກ້າວໜ້າໃນຂະບວນການແຂ່ງຂັນຕ່າງໆ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເປັນ​ປະທານ​ກອງປະຊຸມ​ສະພາ​​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ
(ພາບ:VGP/Nhật Bắc)

(vovworld) - ຕອນ​ບ່າຍ​ວັນ​ທີ 30/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ປະທານ​ສະພາ​ແຂ່ງ​ຂັນ​ຍ້ອງຍໍ​ສູນ​ກາງ, ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ນັດ​ສາມັນ​ຂອງ​ສະພາ​​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ. ກ່າວ​ຄວາມ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີສຸມ​ໃສ່​ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ທີ່​ອຸດົມສົມ​ບຸນ​, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​ຮຽກຮ້ອງ​ສະພາ​ແຂ່ງ​ຂັນ​ຍ້ອງຍໍສູນ​ກາງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ ທະວີຄູນ​ແບບຢ່າງ​ທີ່​ກ້າວໜ້າ​ໃນ​ຂະ​ບວນການ​ແຂ່ງຂັນ​ຕ່າງໆ, ຜ່ານ​ນັ້ນ​ແຜ່​ຂະຫຍາຍ​ຢ່າງ​ແຮງ​ໃນ​ປະຊາ​ຄົມ​ສັງຄົມ, ​ເພື່ອປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ - ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2015 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ