ທະຫານປະສົມອາຣັບກ່າວເຕືອນບໍ່ຕໍ່ກຳນົດເວລາຄຳສັ່ງຢຸດຢິງຢູ້ເຢແມນ
(ພາບປະກອບ: EPA/TTXVN)
(vovworld) - ການປະທະກັນຍັງສືບຕໍ່ເກີດຂຶ້ນຢູ່ບາງເຂດຂອງເຢແມນ ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ ທີ່ແກ່ຍາວເປັນເວລາ 48 ຊົ່ວໂມງເຊິ່ງພວມມີຜົນສັກສິດ, ໃນຂະນະທີ່ທະຫານປະສົມອາຣັກ ໂດຍຊະອຸດີອາຣາເບຍ ນຳໜ້າກ່າວເຕືອນວ່າ, ຂໍ້ຕົກລົງຢຸດຍິງໂດຍອາເມລິກາ ເປັນຄົນກາງໄກເກ່ຍຍາກທີ່ຈະຕໍ່ກຳນົດເວລາໄດ້ ຮອດເວລາໃດທີ່ການໃຊ້ຄວາມຮຸນແຮງຢຸດຕິລົງ. ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 48 ຊົ່ວໂມງຢູ່ເຢແມນ ໂດຍທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ John Kerry ສະເໜີ ເລີ່ມມີຜົນສັກສິດນັບແຕ່ເວລາ 12 ໂມງຂອງວັນທີ 19/11 (ຕາມເວລາທ້ອງຖິ່ນ).
ໂຄສົກຂອງທະຫານປະສົມອາຣັບ, ພົນຈັດຕະວາ Ahmed Assiri ໄດ້ອອກສຽງ ກ່າວປະນາມກຳລັງ Houthi ໄດ້ລະເມີດຂໍ້ຕົກລົງ 180 ຄັ້ງ ໃນຮອບເວລາ 10 ຊົ່ວໂມງທຳອິດ ນັບແຕ່ຄຳສັ່ງຢຸດຍິງເລີ່ມມີຜົນສັກສິດ.