ທະຫານລັດຖະບານຊີຣີຄວບຄຸມບັນດາບ້ານ ແລະ ເທດສະບານເມືອງຄືນໃໝ່

ທະຫານລັດຖະບານຊີຣີຄວບຄຸມບັນດາບ້ານ ແລະ ເທດສະບານເມືອງຄືນໃໝ່ - ảnh 1
ທະຫານ ຊີຣີ
(ພາບ: xaluan.com)

(vovworld) – ກຳລັງ​ທະຫານ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ ຊີຣີ Bashar al – Assad ​ຍາດ​ໄດ້​ສິດ​ຄວບ​ຄຸມ​ບັນດາ​ບ້ານ ​ແລະ ​ເທດສະບານ​ເມືອງ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຄືນ​ໃໝ່​ໃນວັນ​ທີ 9/10. ທະຫານ​ລັດຖະບານ ຊີຣີ ​ໄດ້​ຟື້ນ​ຟູ​ຄວາມ​ໝັ້ນຄົງ ​ແລະ ສະ​ຖຽນລະ​ພາບ​ຢູ່​ເທດ​ສະບານຍຸ​ດທະ​ສາດ Teranje ຂຶ້ນ​ກັບ​ເຂດ Qenitre ຕິດກັບ​ເຂດ​ຊາຍ​ແດນ ອິດສະຣາ​ແອນ ພາຍຫຼັງ​ບັນດາ​ການ​ປະ​ທະ​ກັນ​ທີ່​ດູ​ເດືອດ​ກັບ​ທະ​ຫານ​ລຸກ​ຮື້​ຂຶ້ນ. ກ່ອນ​ທີ່​ຍາດ​ເອົາ​ສິດຄວບ​ຄຸມ Teranje ຄືນ​ໃໝ່, ກອງທັບ ຊີຣີ ກໍ່​ຍາດ​ໄດ້​ສິດ​ຄວບ​ຄຸມ​ເທດ​ສະບາ​ນ Jebata al – Khashed ຕິດ​ກັບ​ເຂດ​ຊາຍ​ແດນ​ ອິດສະຣາ​ແອນ. ພ້ອມ​ກັນ​ນັ້ນ, ທະຫານ​ລັດຖະບານ​ກໍ່ຍາດ​ໄດ້​ສິດ​ຄວບ​ຄຸມ 8 ບ້ານ​ຢູ່​ຊານ​ນະຄອນ​ Aleppo, ພາຍຫຼັງ​ທີ່ “ດັບ​ສູນ​ກຸ່ມ​ກໍ່​ການ​ຮ້າຍ​ສຸດ​ທ້າຍ” ຢູ່​ບັນດາ​ສະຖານ​ທີ່​ນີ້ ​ແລະ ຍາ​ດ​ໄດ້​ສິດ​ຄວບ​ຄຸມເທດສະບານ al – Husseinyeh ຢູ່ຊານ​ນະຄອນຫຼວງ Damascus, ດັບ​ສູນ ​ແລະ ຈັດ​ຕົວ “ພາກສ່ວນ​ກໍ່​ການ​ຮ້າຍຫຼາຍ​ຄົນ” ພ້ອມທັງ​ເກັບ​​ເອົາ​ອາວຸດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​

 

ຂ່າວ/ບົດ​ອື່ນ