ທະຫານແລະປຊຊ ເກາະແຫ່ງຕ່າງໆ ກະກຽມຕ້ອນຮັບ ບຸນປີໃໝ່


ທະຫານແລະປຊຊ ເກາະແຫ່ງຕ່າງໆ ກະກຽມຕ້ອນຮັບ ບຸນປີໃໝ່ - ảnh 1

ທະຫານ​ເຮື​ອ​ເຂດ 3 ຢ້ຽມຢາມ​ເກາະ​ໂກນ​ກໍ້

(ພາບ: vov)

 (vovworld)- ​ ກຳ​ປັ່ນ HQ 996 ຂອງ​ທະຫານ​ເຂດ 4 ຫາ​ກໍ່​ໄດ້​ສົ່ງ​ບັນດາ​ປະ​ເພດສິນຄ້າ​ຈຳ​ເປັນ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ຈຳ​ຊາດ​ໄປ​ຍັງ​ເກາະ​ຊອງ​ຕື້​ໄຕ ຂຶ້ນ​ກັບ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ແຂວງ​ແຄງ​ຮວາ. ທ່ານ​ພັນ​ໂທ ຫງວຽນ​ຈ້ອງ​ບິ່ງ, ກຳມະການ​ການ​ເມືອງເກາະ​ຊອງ​ຕື້​ໄຕ ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະກຽມ​ຕອນ​ຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມັຍ 2014 ​ໄດ້​ປະຕິບັດ​ສຳ​ເລັດ​ແລ້ວ:

   “ປີ​ນີ້, ພວກ​ຂ້າພະ​ເຈົ້າຈະ​ຈັດ​ບຸນປີ​ໃໝ່​ປະຈຳ​ຊາດ​ຢ່າງ​ເບີກ​ບານ​ມວ່ນຊື່ນ ​ແລະ ອົບ​ອຸ່ນ​ທີ່​ສຸດ ​ເພື່ອ​ໃຫ້​ພະນັກງານ​ນັກຮົບ​ຮູ້ສຶກ​ຄືວ່າ​ໄດ້​ຕ້ອນ​ຮັບບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ​ໃນ​ເຂດ​ດິນ​ຕໍ່​ແຜ່ນ. ພວກ​ຂ້າພະ​ເຈົ້າກໍ່ຈະ​ໂທລະສັບ​ມາ​ຄອບຄົວ​ຂອງ​ພະນັກ ງານ​ນັກຮົບ​ແຕ່ລະຄົນ​ເພື່ອ​ອວຍພອນປີ​ໃໝ່ ​ແລະ ​ແຈ້ງ​ບັນຍາກາດ​ຕ້ອນຮັບ​ບຸນ​ປີໃໝ່​ຢູ່​ເກາະ ​ເພື່ອ​ໃຫ້​ຄອບຄົວ​ເຂົາ​ເຈົ້າມີ​ຄວາມ​ອຸ່ນ​ອ່ຽນ​ໃຈ, ຜ່ານ​ນັ້ນຈະ​ເຊື່ອມ​ຕໍ່​ອາລົມ​ຈິດ​ຄວາມ​ຮັກ​ແພງ​ລະຫວ່າງຄອບຄົວ​ກັບ​ກົມ​ກອງ, ລະຫວ່າງ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ​ເຂດ​ໝູ່ເກາະ​ທີ່​ຫ່າງ​ໄກ“.

  ຕອນ​ເຊົ້າວັນ​ທີ 10/1, ກອງ​ບັນຊາ​ທະຫານ​ເຂດ 3 ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປຊຊ ​ເມື​ອງ​ໂກນ​ກໍ້ ​ແຂວງ​ກວາງ​ຈິ້; ກວດກາ​ວຽກ​ງານ​ກຽມພ​້ອມສູ້​ຮົບ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມັຍ 2014.ການ​ນຳ​ແຂວງ​ໂກນກໍ້ ​ໃຫ້ຮູ້​ວ່າ: ​ເພື່ອ​ກະກຽມ​ຕອນ​ຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປຊຊ ​ໃນ​ເກາະ​ໄດ້​ສະ​ສົມສະບຽງ​ອາຫານ, ທັນ​ຍາ​ຫານ​ຢ່າງ​ພຽງພໍ, ຮັບປະກັນ​​ໃຫ້​ທະຫານ ​ແລະ ປຊຊ ຕ້ອນຮັບ​ບຸນປີ​ໃໝ່ດ້ວຍ​ຄວາມ​ອົບ​ອຸ່ນ.

   ​ໃນ​ວັນ​ດຽວ​ກັນ, ຄະນະ​ພະນັກງານ​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງ​ຂັວນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປຊຊ ​ເກາະ​ຕ່າງ​ໆ​ຂຶ້ນ​ກັບ​ທະ​ຫານ​ເຮືອ​ເຂດ 5. ທ່ານ​ພັນ​ເອກ​ຫງວຽນ​ວັນ​ດົງ, ຮອງ​ຜູ້​ບັນຊາ​ການ​ທະຫານ​ເຮືອ​ເຂດ 5 ຢືນຢັນ​ວ່າ:

 “ຄະນະ​ພັກ, ອຳນາດ​ການ​ປົກ​ຂອງ​ທ້ອງ​ຖິ່ນ​ຂັ້ນຕ່າງໆ​ໄປ​ຢ້ຽມຢາມ, ອວຍພອນ​ພະນັກງານ​ນັກຮົບ​ໃນ​ເກາະ​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ອັນ​ໃຫ່ຍຫຼວງ. ຍາມ​ໃດ​ພວກ​ຂ້າພະ​ເຈົ້າກໍ​ກຽມພ້ອມ​ສູ້​ຮົບ​ປົກ​ປັກ​ຮັກສາ​ເຂດ​ອະທິປະ​ໄຕ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ