ທາດພິດສີສົ້ມ Dioxin ສືບຕໍ່ ສົງຜົນສະທ້ອນເຖິງຊາວຫວຽດນາມ

ທາດພິດສີສົ້ມ Dioxin ສືບຕໍ່ ສົງຜົນສະທ້ອນເຖິງຊາວຫວຽດນາມ - ảnh 1
ທ່ານ Jacque Maitre ແນະນຳ​ໃຫ້​ເພື່ອນ​ມິດຟລັ່ງ ​
ກ່ຽວ​ກັບເງື່ອນ​ໄຂ​ດຳລົງ​ຊີວິດຂອງ​ບາງ​​ເຜົ່າ​ຢູ່ຮ່ອມ​ພູ A Luoi
( ພາບ; nhandan.com.vn )


( vovworld ) – ​ ​​ເວ​ທີ​ປາ​ໄສ “ ຈາກ​ການ​ລ່າ​ສັດໃນປ່າ​ເຂດ​ຮ້ອນເຖິງ​ກົນ​ໄກ​ການ​ຕະຫຼາດ​ທົ່ວ​ໂລກ: ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ດຳ​ລົງ​ຊີວິດ​ຢູ່ A Luoi ”, ຫາ​ກໍ​ຈັດ​ຂຶ້ນ​ຢູ່​ຟລັ່ງ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Jacque Maitre, ອະດີ​ດຜູ້ອຳ​ນວຍການ​​ກ່ຽວ​ກັບ​ການ​ຄົ້ນຄວ້າ​ຢູ່​ສູນ​ຄົ້ນ​ຄວ້າວິທະຍາສາດ​ແຫ່ງ​ຊາດ​ຟລັ່ງ. ທີ່​ເວທີ​ປາ​ໄສ, ທ່ານ Jacque Maitre​ ຊີ້​ແຈ້ງ​ບັນດາຜົນ​ສະທ້ອນທີ່​ຮ້າຍ​ແຮງ​​ຈາກ​ທາດ​ພິດ​ສີ​ສົ້ມ Dioxin ບໍ່​ພຽງ​ແຕ່​ສຳລັບ​ສຸຂະພາບຂອງມະນຸດ​ເທົ່າ​ນັ້ນ ຫາກ​ຍັງ​​ເຮັດ​ໃຫ້​ລຸ້ນຕໍ່ໆ​ໄປ​ຖຶກພິການ​ມາ​ແຕ່​ເກີດ​ອີກ​ດ້ວຍ. ການ​ຄົ້ນຄວ້າ​ຊີ້​ແຈ້ງວ່າ ມາ​ຮອດ​ປະຈຸ​ບັນ​ຍັງ​ມີ​ຫຼາຍ​ຄົນ​​ບໍ່​ທັນ​ຮູ້​ເຖິງທາດພິດ​ຂ້າຫຍ້າ​​ ທຳລາຍປ່າ​ເຂດ​ຮ້ອນ​ ເຊິ່ງທະຫານ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ປາງສົງຄາມ​ຢູ່​​ເຂດ​ພາກ​ກາງຫວຽດນາມ. ທ່ານ Jacque Maitre ​ແນະນຳ​ໃຫ້​ເພື່ອນ​ມິດຟລັ່ງ ​ກ່ຽວ​ກັບເງື່ອນ​ໄຂ​ດຳລົງ​ຊີວິດ, ຮີດຄອງ​ປະ​ເພນີ ​ແລະ ຄວາມ​ລື້​ງເຄີຍຂອງ​ບາງ​​ເຜົ່າ​ຢູ່ຮ່ອມ​ພູ A Luoi, ​ເພື່ອ​ເຮັດ​ໃຫ້ເຖິງ​ເພື່ອນ​ມິດ​ຟລັ່ງ ມີ​ຄວາມ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບແຕ່ລະ​ເຂດ​ດິນ​ຢູ່ຫວຽດນາມ.

ຂ່າວ/ບົດ​ອື່ນ