ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາ ຢ້ຽມຢາມນະຄອນ ເກີນເທີ

ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາ ຢ້ຽມຢາມນະຄອນ ເກີນເທີ - ảnh 1
ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາ ຢ້ຽມຢາມນະຄອນ ເກີນເທີ
(ພາບ: baocantho.com)

(vovworld) - ຕອນ​ບ່າຍ​ວັນ​ທີ 24/6, ຢູ່​ນະຄອນ ​ເກີນ​ເທີ, ຄະນະ​ປະຕິບັດ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ໂດຍ​ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ນຳ​ໜ້າ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ​ເກີນ​ເທີ. ທ່ານ Le Hong Anh ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກທຸກຂັ້ນ​ຂອງນະຄອນ ​ເກີນ​ເທີ ຄວນຜັນ​ຂະຫຍາຍ​ວຽກ​ງານ​ສ້າງ, ປັບປຸງ​ພັກ, ວຽກ​ງານ​ຕຳ​ນິຕິ​ຊົມ​ສະມາຊິກ​ພັກ ຕິດ​ພັນ​ກັບ​ບັ້ນ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​​ປະທານ​ໂຮ່ຈີມິ​ນ. ນະຄອນ​​ເກີນ​ເທີ ຄວນ​ທະວີ​ຄຸນ​ບັນດາ​ຫົວໜ່ວຍ, ທ້ອງ​ຖີ່​ນທີ່ມີ​ວິທີ​ການປະຕິບັດ​​ໄດ້ດີ ​ໃນ​ການ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ສ້າງ​ປະຖົມ​ປັດ​ໄຈ ​ເພື່ອ​​ໃຫ້ວຽກ​ງານສ້າງ, ປັບປຸງ​ພັກ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ນັບ​ມື້​ນັບ​ແທດ​ຈິງ​ໃນ​ຊີວິດ​ສັງຄົ​ມ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Le Hong Anh ​ໄດ້ລົງ​ຢ້ຽມຢາມ​ບໍລິສັດ​ໄຟຟ້າ​ພະລັງຄວາມ​ຮ້ອນ ​ເກີນ​ເທີ MTV ຈຳກັດ (ທີ່​ຂຶ້ນ​ກັບກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ) ​ແລະ ທ່າ​ກຳ​ປັ່ນ ກ໋າຍກູ​ຍ (ທີ່​ຂຶ້ນ​ກັບ​ບໍລິສັດ​ໃຫຍ່​ການ​ເດີນ​ທະ​ເລ​ຫວຽດນາມ)

ຂ່າວ/ບົດ​ອື່ນ