ທ່ານ Lee Byong-hyun ໄດ້ຮັບການເລືອກຕັ້ງເປັນປະທານສະພາບໍລິຫານງານ UNESCO

(VOVWORLD) - ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ທ່ານ Lee Byong-hyun ໄດ້ຮັບການເລືອກຕັ້ງເປັນປະທານສະພາບໍລິຫານງານຂອງອົງການຈັດຕັ້ງສາກົນນີ້. 
ທ່ານ Lee Byong-hyun ໄດ້ຮັບການເລືອກຕັ້ງເປັນປະທານສະພາບໍລິຫານງານ UNESCO - ảnh 1ທ່ານນາງອະດີດເລຂາທິການໃຫຍ່ UNESCO Irina Bokova  ແລະ ທ່ານ Lee Byong-hyun (ພາບ: unesco)

ນີ້ເປັນຄັ້ງທຳອິດ ມີຊາວ ສ.ເກົາຫຼີ ຄົນໜຶ່ງໄດ້ຮັບດຳລົງຕຳແໜ່ງດັ່ງກ່າວ ນັບແຕ່ເມື່ອປະເທດນີ້ ເຂົ້າເປັນສະມາຊິກ UNESCO ໃນປີ 1950.

        ວັນທີ 16 ພະຈິກ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານ Lee ຍາດໄດ້ບັດສະໜັບສະໜູນ 32 ບັດ ໃນຈຳນວນ 55 ປະເທດສະມາຊິກໃນການປ່ອນບັດເລືອກຕັ້ງທີ່ວາລະປະຊຸມເທື່ອທີ 203 ຂອງສະພາບໍລິຫານງານຢູ່ສຳນັກງານຂອງ UNESCO ທີ່ Paris ປະເທດ ຝະຣັ່ງ. ຝ່າຍ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ດ້ວຍບົດບາດເປັນປະເທດສະມາຊິກຂອງສະພາບໍລິຫານງານ ຈະໜູນຊ່ວຍທ່ານ Lee ຮັບດຳລົງຕຳແໜ່ງໃໝ່ຢ່າງສຸດຈິດສຸດໃຈ ເພື່ອຊຸກຍູ້ສັນຕິພາບ ແລະ ການຮ່ວມມື.

 

ຕອບກັບ

ຂ່າວ/ບົດ​ອື່ນ