ທ່ານ Nguyen Sinh Hung ກ່າວຄຳເຫັນທີ່ກອງ​ປະຊຸມ​​​ສະພາແຫ່ງ​ຊາດ​ລາວຊຸດທີ 7

ທ່ານ Nguyen Sinh Hung ກ່າວຄຳເຫັນທີ່ກອງ​ປະຊຸມ​​​ສະພາແຫ່ງ​ຊາດ​ລາວຊຸດທີ 7 - ảnh 1
ທ່ານ Nguyen Sinh Hung ກ່າວຄຳເຫັນ ທີ່ສະພາແຫ່ງຊາດລາວ
(ພາບ:ອິນ​ເຕີ​ແນັດ)​


( vovworld ) – ​​ໂດຍ​ໄດ້​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ປະ​ເທດ ສປປລາວ ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າວັນ​ທີ 4/7, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະທີ່​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,  ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ: ນີ້​ແມ່ນ​ການສະ​ແດງ​ຢ່າງ​ມີ​ຊີວິດ​ຊີວາ​ຂອງ​ນ້ຳໃຈ​ມິດຕະພາບ ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງສອງ​ພັກ, ​ສອງ​ລັດ ແລະ ປະຊາຊົນ​ສອງ​ປະ​ເທດຫວຽດນາມ-​ລາວ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນໜັກ​ວ່າ:

  “ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ ​ແມ່ນ​ສາຍ​ພົວພັນ​ສັດ​ຊື່​ບໍລິສຸດ ຜຸດ​ຜ່ອງ ທີ່ຫາ​ຍາກ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ ພົມວິຫານ, ປະທານ​ສຸພາ​ນຸວົງ, ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​​ເພີ່ມ​ພູນ​ຄູນ​ສ້າງ. ສາຍ​ພົວພັນ​ດັ່ງກ່າວ​ໄດ້​ຮັບ​ການ​ສືບ​ທອດ​ບົນ​ເສັ້ນທາງ​ປະ​ຫັວດສາດ​ອັນ​ສະຫງ່າ​ອົງອາດ, ​ແມ່ນ​ໜື່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ໄຊຊະນະ​ຂອງ​ແຕ່ລະ​ປະ​ເທດ ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າ​ຂອງ​ສອງ​ຊາດ, ຄວນ​ຮັກສາ ​ແລະ ສືບ​ທອດ​ໃຫ້​ຄົນລຸ້ນຫຼັງ

    ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ: ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ. ສ່ວນ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ​ກັນ​ຈັດຕັ້ງກອງ​ປະຊຸມ​ສາກົນ​ສຳຄັນ​ຢູ່​ແຕ່ລະ​ປະ​ເທດ​ສຳ​ເລັດ​ຜົນ; ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ກ່າວ​ວ່າ:

   “​ໃນ​ໄລຍະ​ພັດທະນາ​ໃໝ່​ໃນ​ປະຈຸ​ບັນ, ​ເລື່ອງ​ສືບ​ຕໍ່​ເພີ່ມ​ທະວີ, ພັດທະນາ​ສາຍ​ພົວພັນແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ ບໍ່​ພຽງ​ແຕ່​ແມ່ນ​ຄຳ​ຮຽກຮ້ອງ​ພັດທະນາ​ພາວະ​ວິ​ໄສ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ, ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ການ​ນຳ​ແຕ່ລະ​ປະ​ເທດ ​ແລະ ກໍ່​ແມ່ນ​ປັດ​ໄຈ​ຮັບປະກັນ​ການ​ປະຕິບັດ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນສຳເລັດ​ຜົນ​ຂອງ​ແຕ່ລະ​ປະ​ເທດ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ເຊື່ອໝັ້ນຢ່າງ​ແນ່​ວ​ແນ່​ວ່າ, ດ້ວຍ​ມູນ​ເຊື້ອ​ທີ່​ຖື​ກທົດ​ສອບ​ຜ່ານ​ປະຫວັດສາດ ພ້ອມ​ກັບ​ບັນດາຜົນງານ​ທີ່​ບັນລຸ​ໄດ້ລະຫວ່າງ​ສອງ​ປະ​ເທດ, ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ​ຈະະ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ “.

 

 

ຂ່າວ/ບົດ​ອື່ນ